ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພິກຂຸໃນກໍລະນີນີ້ ເປັນຜູ້ຖອນ ສະລະ ຄາຍ ປ່ອຍ ລະຖິ້ມ ເສຍແລ້ວ ຊຶ່ງຄວາມເຫັນວ່າຈິງດິ່ງໄປຄົນລະທາງຫຼາຍຢ່າງຂອງເຫຼົ່າສະມະນະພຣາມຫຼາຍຄົນດ້ວຍກັນ ທີ່ມີຄວາມເຫັນວ່າ “ໂລກທ່ຽງແດ່, ໂລກບໍ່ທ່ຽງແດ່, ໂລກມີທີ່ສຸດແດ່, ໂລກບໍ່ມີທີ່ສຸດແດ່, ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນແດ່, ຊີວະກໍອັນອື່ນ ສະຣີຣະກໍອັນອື່ນແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມບໍ່ມີອີກແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີ ບໍ່ມີອີກ

໑. ການພິຈາຣະນາແລ້ວເສບ ອົດກັ້ນ ງົດເວັ້ນ ບັນເທົາ ຫາເບິ່ງລາຍລະອຽດ ທີ່ຕຣັສໄວ້ໄດ້ໃນໜັງສືອະຣິຍະສັຈຈາກພຣະໂອຖພາຄຕົ້ນ ໜ້າ ໖໓໐-໖໓໓.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ກໍມີແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍຫາບໍ່ໄດ້ ແດ່. ພິກຂຸທັງຫຼາຍ ! ພິກຂຸແບບນີ້ ຊື່ວ່າເປັນຜູ້ຖອນຄວາມເຫັນວ່າຈິງດິ່ງໄປຄົນລະທາງຂຶ້ນເສຍແລ້ວ.

(໖) ພິກຂຸເປັນຜູ້ລະການສະແຫວງຫາສິ້ນເຊີງແລ້ວເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ເປັນຜູ້ລະການສະແຫວງຫາກາມແລ້ວ, ເປັນຜູ້ລະການສະແຫວງຫາພົບແລ້ວ, ແລະການສະແຫວງຫາ ພຣົມມະຈັນຂອງເຂົານັ້ນກໍລະງັບໄປແລ້ວ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ລະການສະແຫວງຫາສິ້ນເຊີງແລ້ວ.

(໗) ພິກຂຸເປັນຜູ້ມີຄວາມດຳຣິບໍ່ຂຸ່ນມົວ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ເປັນຜູ້ລະຄວາມດຳຣິ ໃນທາງກາມເສຍແລ້ວ, ເປັນຜູ້ລະຄວາມດຳຣິ ໃນທາງພະຍາບາດເສຍແລ້ວ, ແລະເປັນຜູ້ລະຄວາມດຳຣິ ໃນທາງບຽດບຽນເສຍແລ້ວ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ມີຄວາມດຳຣິບໍ່ຂຸ່ນມົວ.

(໘) ພິກຂຸເປັນຜູ້ມີກາຍສັງຂາຣອັນສະງົບລະງັບແລ້ວ

ເປັນແນວໃດໜໍ ?

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸໃນກໍລະນີນີ້ເພາະລະສຸຂເສຍໄດ້ ເພາະລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນການກ່ອນ ຈຶ່ງບັນລຸຊານທີ ໔ ອັນບໍ່ມີທຸກຂ໌ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທຳມະຊາດທີ່ບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ມີກາຍສັງຂາຣອັນສະງົບລະງັບແລ້ວ.

(໙) ພິກຂຸເປັນຜູ້ມີຈິຕຫຼຸດພົ້ນດ້ວຍດີ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ເປັນຜູ້ມີຈິຕຫຼຸດພົ້ນແລ້ວຈາກຣາຄະ ຈາກໂທສະ ຈາກໂມຫະ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າ

ເປັນຜູ້ມີຈິຕຫຼຸດພົ້ນດ້ວຍດີ.

(໑໐) ພິກຂຸເປັນຜູ້ມີປັນຍາໃນຄວາມຫຼຸດພົ້ນດ້ວຍດີ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງວ່າ “ເຮົາລະຣາຄະ ໂທສະ ໂມຫະເສຍແລ້ວ ຖອນຂຶ້ນໄດ້ໝົດທັງຮາກ ເຮັດໃຫ້ເໝືອນຕານຍອດເນົ່າ ບໍ່ໃຫ້ມີ ບໍ່ໃຫ້ເກີດໄດ້ອີກຕໍ່ໄປ” ດັ່ງນີ້. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ມີປັນຍາໃນຄວາມຫຼຸດພົ້ນດ້ວຍດີ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ໃນການຍືດຍາວຝ່າຍ ອະດີຕ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງ ໄດ້ເປັນຢູ່ແລ້ວຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍໄດ້ເປັນຢູ່ແລ້ວໃນການຢູ່ຢ່າງພຣະອະຣິຍະເຈົ້າສິບປະການນີ້ຄືກັນ.

ພິກຂຸທັງຫຼາຍ ! ໃນການຍືດຍາວຝ່າຍ ອະນາຄົຕ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງ ຈັກເປັນຢູ່ຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍຈັກເປັນຢູ່ໃນການຢູ່ຢ່າງພຣະອະຣິຍະເຈົ້າສິບປະການນີ້ຄືກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ