ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ເຊົ້າມື້ໜຶ່ງ ທ່ານພຣະສາຣີບຸຕຄອງຈີວອນ ຖືບາຕ ເຂົ້າໄປບິນດະບາຕໃນນະຄອນສາວັດຖີ ທ່ານເຫັນວ່າເວລາຍັງເຊົ້າເກີນໄປສຳລັບການບິນດະບາຕ ຈຶ່ງແວະເຂົ້າໄປໃນອາຣາມຂອງພວກປະຣິບພາຊົກລັດທິອື່ນໄດ້ທັກທາຍປາໄສກັນຕາມທັມນຽມແລ້ວ ນັ່ງລົງ ນະ ສ່ວນຂ້າງໜຶ່ງ. ກໍໃນເວລານັ້ນແລ ພວກປະຣິບພາຊົກທັງຫຼາຍນັ້ນ ກຳລັງຍົກຂໍ້ຄວາມຂຶ້ນກ່າວໂຕ້ຖຽງກັນຢູ່ ເຖິງເລື່ອງບຸກຄົນໃດ ໃຜກໍຕາມ ທີ່ຍັງມີເຊື້ອເຫຼືອ ຖ້າຕາຍແລ້ວ ຍ່ອມບໍ່ພົ້ນເສຍຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ ໄປໄດ້ເລີຍຈັກຄົນດຽວ ດັ່ງນີ້. ທ່ານພຣະສາຣີບຸຕບໍ່ສະແດງວ່າເຫັນດ້ວຍ ແລະບໍ່ຄັດຄ້ານ ຂໍ້ຄວາມຂອງປະຣິບພາຊົກເຫຼົ່ານັ້ນ, ລຸກຈາກບ່ອນນັ່ງໄປ ໂດຍຄິດວ່າທູນຖວາຍພຣະຜູ້ມີພຣະພາຄເຈົ້າແລ້ວຈັກໄດ້ຮູ້ຄວາມຂໍ້ນີ້. ຄັນກັບຈາກບິນດະບາຕ ພາຍຫຼັງອາຫາຣແລ້ວ ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຈົ້າ ກາບທູນເຖິງເລື່ອງແລ້ວທີ່ເກິດຂຶ້ນໃນຕອນເຊົ້າທຸກປະການ. ພຣະຜູ້ມີພຣະພາຄເຈົ້າຈຶ່ງຕຣັສວ່າ : -

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ສາຣີບຸຕ ! ພວກປະຣິບພາຊົກລັດທິອື່ນ ຍັງອ່ອນຄວາມຮູ້ ບໍ່ສະຫລາດ ຈັກຮູ້ໄດ້ຢ່າງໃດກັນວ່າ ໃຜມີເຊື້ອເຫຼືອ ໃຜບໍ່ມີເຊື້ອເຫຼືອ.

ສາຣີບຸຕ ! ບຸກຄົນທີ່ມີເຊື້ອ (ກິເລສ) ເຫຼືອ ໙ ຈຳພວກ ດັ່ງທີ່ຈະກ່າວຕໍ່ໄປນີ້ ແມ່ນຕາຍໄປ ກໍພົ້ນແລ້ວຈາກນະຣົກ ພົ້ນແລ້ວຈາກກຳເນີດເດຣັຈສານ ພົ້ນແລ້ວຈາກວິສັຍແຫ່ງເປຕ ພົ້ນແລ້ວຈາກອະບາຍ ທຸຄະຕິ ວິນິບາຕ.

ບຸກຄົນເກົ້າຈຳພວກເຫຼົ່ານັ້ນ ເປັນແນວໃດໜໍ ?

ເກົ້າຈຳພວກ ຄື: -

(໑) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ອະນາຄາມີຜູ້ຈະປະຣິນິບພານໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໑ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໒) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ອະນາຄາມີຜູ້ຈະປະຣິນິບພານເມື່ອອາຍຸພົ້ນເຄິ່ງແລ້ວໃກ້ເຖິງທີ່ສຸດ.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໒ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໓) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ອະນາຄາມີຜູ້ຈະປະຣິນິບພານໂດຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໓ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ