ຄູ່ມືໂສດາບັນ
ໜ້າ/ 82
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ສາມ ເປັນຜູ້ ສັຕຕັກຂັຕຕຸປະຣະມະ ຍັງຕ້ອງທ່ອງທ່ຽວໄປໃນພົບແຫ່ງເທວະດາແລະມະນຸສອີກເຈັດເທື່ອ ເປັນຢ່າງຫຼາຍແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ພິກຂຸທັງຫຼາຍ ! ຜູ້ປະຕິບັຕໄດ້ພຽງບາງສ່ວນຍ່ອມເຮັດໃຫ້ສຳເລັດໄດ້ບາງສ່ວນ, ຜູ້ຝຶກໃຫ້ບໍຣິບູນກໍຍ່ອມເຮັດໃຫ້ສຳເລັດໄດ້ບໍຣິບູນ; ດັ່ງນັ້ນ ເຮົາຈຶ່ງກ່າວວ່າ ສິກຂາບົດທັງຫຼາຍຍ່ອມບໍ່ເປັນໝັນເປົ່າເລີຍ, ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ໝາຍເຫຕຜູ້ລວບລວມ:
໑. ຖ້າພິຈາຣະນາຈົນຈົບເລື່ອງຈະເຫັນປະເດັນແງ່ມຸມຂອງຜົລທີ່ໄດ້ບໍ່ເທົ່າກັນ ເກີດເນື່ອງຈາກຄວາມບົກຜ່ອງໃນສິກຂາບົດເລັກນ້ອຍ (ອະພິສະມາຈາຣ) ຂອງທ່ານຊຶ່ງບໍ່ມີຜູ້ຮູ້ໃດໆ ມາບອກທ່ານເຖິງຄວາມອາພັບຕໍ່ໂລກຸຕຕະຣະທັມ ເພາະການກະທຳນັ້ນ ພວກທີ່ກຳລັງ (ພະລະ) ຍັງບໍ່ແກ່ກ້າຈຶ່ງບໍ່ສາມາດເຮັດໃຫ້ເກີດມີຫຼືແທງຕະຫຼອດຊຶ່ງອະນາສະວະວິມຸຕໄດ້ ຈຶ່ງມີຄວາມຫຼຸດລື່ນກັນອອກໄປໃນລະດັບຄວາມເປັນອະຣິຍະບຸກຄົນ ພຣະອົງຄ໌ຈຶ່ງສະຫຼຸບປິດທ້າຍວ່າ ສິກຂາບົດ ທັງຫຼາຍທີ່ຊົງບັນຍັຕນັ້ນ ບໍ່ໄດ້ເປົ່າປະໂຍຊນ໌ເລີຍ.
໒. ສະແດງເຖິງຄວາມບໍຣິບູນຂອງສິກຂາບົດອັນພຽງພໍຕໍ່ຄວາມເປັນອະຣິຍະບຸກຄົນທີ່ຊົງໝາຍເຖິງ ກໍຄື ປາຕິໂມກຂ໌ (ຄືສິກຂາບົດທີ່ບັນຍັຕເພື່ອເປັນເບື້ອງຕົ້ນແຫ່ງພຣົມມະຈັນ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄົນຕົກນ້ຳ ໗ ຈຳພວກ
(ລໍາດັບຕ່າງໆ ແຫ່ງບຸກຄົນຜູ້ຖອນຕົວຂຶ້ນຈາກທຸກຂ໌) ໓໘
- ບາລີ ສັຕຕກ. ອັງ. ໒໓/໑໐-໑໒/໑໕.
ພິກຂຸທັງຫຼາຍ ! ບຸກຄົນປຽບດ້ວຍບຸກຄົນຕົກນ້ຳເຈັດຈຳພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ.
ເຈັດຈຳພວກເຫຼົ່າໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້:
(໑) ບຸກຄົນບາງຄົນ ຈົມນ້ຳເທື່ອດຽວແລ້ວກໍຈົມເລີຍ;
(໒) ບຸກຄົນບາງຄົນ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ;
(໓) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຟູຕົວຢູ່;
(໔) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຫຼຽວເບິ່ງຮອບໆ ຢູ່;
(໕) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ;
(໖) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນຕື້ນແລ້ວ;
(໗) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ
ເປັນພຣາມຢືນຢູ່.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! (໑) ບຸກຄົນ ຈົມນ້ຳເທື່ອດຽວແລ້ວກໍຈົມເລີຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ປະກອບດ້ວຍອະກຸສົລທັມຝ່າຍດຽວ ໂດຍສ່ວນດຽວ. ຢ່າງນີ້ແລ ເອີ້ນວ່າ ຈົມເທື່ອດຽວແລ້ວກໍຈົມເລີຍ.
ພິກຂຸທັງຫຼາຍ ! (໒) ບຸກຄົນ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ. ແຕ່ວ່າສັດທາເປັນຕົ້ນຂອງເຂົາ ບໍ່ຕັ້ງຢູ່ດົນ ບໍ່ຈະເຣີນ ເສື່ອມສິ້ນໄປ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ.
ພິກຂຸທັງຫຼາຍ ! (໓) ບຸກຄົນ ຜຸດຂຶ້ນແລ້ວຟູຕົວຢູ່ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








