ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິພິຈາຣະນາເຫັນກາຍໃນກາຍຢູ່, ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນຳຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້; ເປັນຜູ້ມີປົກກະຕິພິຈາຣະນາເຫັນເວທະນາໃນເວທະນາທັງຫຼາຍຢູ່, ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນຳຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້; ເປັນຜູ້ມີປົກກະຕິພິຈາຣະນາເຫັນຈິຕໃນຈິຕຢູ່, ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນຳຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້; ເປັນຜູ້ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍຢູ່, ມີຄວາມພຽນເຄື່ອງເຜົາ ກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມມີສະຕິ ນຳຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້. ນີ້ເຮົາເອີ້ນວ່າ ຄວາມລະນຶກຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ຄວາມຕັ້ງໃຈໝັ້ນຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່. ເພາະວິຕົກວິຈາຣລະງັບລົງ, ເຂົາເຂົ້າເຖິງຊານທີສອງອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່. ເພາະປີຕິຈາງຫາຍໄປ, ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກຕົວທົ່ວພ້ອມ ແລະໄດ້ສະເຫວີຍສຸຂດ້ວຍກາຍ ຍ່ອມເຂົ້າເຖິງຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ “ເປັນຜູ້ເສີຍຢູ່ໄດ້ ມີສະຕິ ມີຄວາມຢູ່ເປັນປົກກະຕິສຸຂ” ແລ້ວແລຢູ່. ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ເຂົາຍ່ອມເຂົ້າເຖິງຊານທີສີ່ ອັນບໍ່ທຸກຂ໌ແລະບໍ່ສຸຂ ມີແຕ່ສະຕິອັນບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່. ນີ້ເຮົາເອີ້ນວ່າ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ເອີ້ນວ່າ ອະຣິຍະສັຈ ຄືຫົນທາງເປັນເຄື່ອງໃຫ້ລຸເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄຳທີ່ໃຊ້ເອີ້ນແທນຄວາມເປັນ
ພຣະໂສດາບັນ ໒໙
- ບາລີ ນິທານ. ສັງ. ໑໖/໙໒/໑໘໗.
... ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ປະຈັກແຈ້ງເຖິງເຫຕເກີດແລະຄວາມດັບແຫ່ງໂລກ ຕາມທີ່ເປັນຈິງຢ່າງນີ້ ໃນກາລໃດ; ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນີ້ ວ່າ: -
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສັງໂຍຊນ໌ສິບ ໓໐
- ບາລີ ທສກ. ອັງ. ໒໔/໑໘-໑໙/໑໓.
ພິກຂຸທັງຫຼາຍ !
ສັງໂຍຊນ໌ ໑໐ ປະການເຫຼົ່ານີ້ ມີຢູ່.








