ຄູ່ມືໂສດາບັນ
ໜ້າ/ 82
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຍັງພົບທີແປດໃຫ້ເກີດຂຶ້ນ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
(ຄຳວ່າ “ວັຕຖຸທີ່ບໍ່ຄວນເຂົ້າຫາ” ໝາຍເຖິງວັຕຖຸສິ່ງຂອງ ກໍໄດ້, ການກະທໍາທີ່ມີຜົລ ກໍໄດ້, ທິຕຖິ ກໍໄດ້. ຄຳວ່າ “ພົບທີ່ແປດ” ໝາຍຄວາມວ່າບໍ່ອາດຈະມີແກ່ພຣະໂສດາບັນ, ພຣະໂສດາບັນຈະມີພົບຫຼືຊາຕ ຕໍ່ໄປໄດ້ຢ່າງຫຼາຍອີກພຽງເຈັດຊາຕເທົ່ານັ້ນ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຖານະທີ່ເປັນໄປບໍ່ໄດ້
ສຳລັບຜູ້ເຖິງພ້ອມດ້ວຍທິຕຖິ (ພຣະໂສດາບັນ)
ນັຍທີສອງ ໒໖
- ບາລີ ສັກກ. ອັງ. ໒໒/໔໘໙-໔໙໐/໓໖໕.
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປ ໄດ້ ໖ ປະການ ເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະ ປົງຊີວິຕມານດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະ ປົງຊີວິຕບິດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະ ປົງຊີວິຕພຣະອະຣະຫັນຕ໌;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະ ຄິດປະທຸສະຮ້າຍ(ປອງຮ້າຍ)ຕະຖາຄົຕ
ແມ່ນແຕ່ພຽງເຮັດເລືອດໃຫ້ຫໍ້;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະເຮັດ ໃຫ້ສົງຄ໌ໃຫ້ແຕກກັນ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ
ຈະຍ່ອມ ຖືສາສດາອື່ນ
(ນອກຈາກພຣະສັມມາສັມພຸດທະເຈົ້າ).
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຖານະທີ່ເປັນໄປບໍ່ໄດ້
ສຳລັບຜູ້ເຖິງພ້ອມດ້ວຍທິຕຖິ (ພຣະໂສດາບັນ)
ນັຍທີສາມ ໒໗
- ບາລີ ສັກກ. ອັງ. ໒໒/໔໙໐/໓໖໖.
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ
ວ່າ “ສຸຂແລະທຸກຂ໌ ຕົນເຮັດເອງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ
ວ່າ “ສຸຂແລະທຸກຂ໌ ຜູ້ອື່ນເຮັດໃຫ້”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌
ຕົນເຮັດເອງກໍມີ ຜູ້ອື່ນເຮັດໃຫ້ກໍມີ”;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌
ບໍ່ຕ້ອງເຮັດເອງ ເກີດຂຶ້ນໄດ້ຕາມລຳພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌
ບໍ່ຕ້ອງມີໃຜອື່ນເຮັດໃຫ້
ເກີດຂຶ້ນໄດ້ຕາມລຳພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌
ບໍ່ຕ້ອງເຮັດເອງແລະບໍ່ຕ້ອງມີໃຜອື່ນເຮັດໃຫ້
ເກີດຂຶ້ນໄດ້ຕາມລຳພັງ”.
ຂໍ້ນັ້ນ ເພາະເຫຕໃດ ?
ພິກຂຸທັງຫຼາຍ ! ຂໍ້ນັ້ນເພາະເຫຕວ່າ
ເຫຕ (ແຫ່ງສຸຂແລະທຸກຂ໌) ອັນຜູ້ເຖິງພ້ອມດ້ວຍທິຕຖິ ເຫັນແລ້ວ ໂດຍແທ້ຈິງ ແລະທັມທັງຫຼາຍ ກໍເປັນສິ່ງທີ່ເກີດມາແຕ່ເຫຕດ້ວຍ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
ທັມມະແວດລ້ອມ
ໝວດທັມ ທີ່ຊ່ວຍສ້າງຄວາມເຂົ້າໃຈ
ແຕ່ບໍ່ໄດ້ລະບຸເຖິງຄວາມເປັນໂສດາບັນໂດຍຕົງ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອະຣິຍະມັຄມີອົງຄ໌ແປດ ໒໘
- ບາລີ ສັກກ. ອັງ. ໒໒/໔໙໐/໓໖໖.
ພິກຂຸທັງຫຼາຍ ! ກໍ ອະຣິຍະສັຈ ຄື ຫົນທາງເປັນເຄື່ອງໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນແນວໃດໜໍ ?
ຄື ຫົນທາງອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ.
ອົງຄ໌ແປດ ຄື: -








