ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນອະຣິຍະສາວົກຜູ້ເປັນໂສດາບັນ ມີອັນບໍ່ຕົກຕ່ຳ ເປັນທຳມະດາເປັນຜູ້ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ, ດັ່ງນີ້ ແລ.
໑. ຖານະຫົກປະການ ຄືຂັນທ໌ຫ້າປະການ ແລະອາການທີ່ໄດ້ເຫັນແລ້ວ
ເປັນຕົ້ນດັ່ງທີ່ກ່າວແລ້ວຂ້າງເທິງເຈັດຢ່າງ ລວມເປັນໜຶ່ງປະການ;
ລວມກັນເປັນຫົກປະການ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ໝົດຄວາມສົງໄສ (ພຣະໂສດາບັນ)
ໃນກໍລະນີຂອງຄວາມເຫັນ
ທີ່ເປັນໄປໃນລັກສະນະຂາດສູນ ໒໐
- ບາລີ ຂັນທ. ສັງ. ໑໗/໒໕໔-໒໕໖/໔໒໕-໔໒໖.
ພິກຂຸທັງຫຼາຍ ! ເມື່ອອັນໃດມີຢູ່ໜໍ ເພາະເຂົ້າໄປຢຶດຖືຊຶ່ງອັນໃດ ເພາະປັກໃຈເຂົ້າໄປສູ່ສິ່ງໃດ ທິຕຖິຈຶ່ງເກີດຂຶ້ນຢ່າງນີ້ວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ, ບໍ່ມີໂລກນີ້, ບໍ່ມີໂລກອື່ນ, ບໍ່ມີມານດາ, ບໍ່ມີບິດາ, ບໍ່ມີສັຕທັງຫຼາຍອັນເປັນໂອປະປາຕິກະ, ບໍ່ມີສະມະນະແລະພຣາມ ຜູ້ໄປແລ້ວຖືກຕ້ອງ ຜູ້ປະຕິບັຕແລ້ວຖືກຕ້ອງ ຜູ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ແລະໂລກອື່ນດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດຢູ່ໃນໂລກ; ຄົນເຮົານີ້ ເປັນແຕ່ການປະຊຸມຂອງມະຫາພູຕະທັງສີ່, ເມື່ອໃດທຳກາລະ ເມື່ອນັ້ນດິນຍ່ອມເຂົ້າໄປສູ່ໝູ່ແຫ່ງດິນ ນ້ຳຍ່ອມເຂົ້າໄປສູ່ໝູ່ແຫ່ງນ້ຳ ໄຟຍ່ອມເຂົ້າໄປສູ່ໝູ່ແຫ່ງໄຟ ລົມຍ່ອມເຂົ້າໄປສູ່ໝູ່ແຫ່ງລົມ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອິນຊີທັງຫຼາຍຍ່ອມຫາຍໄປໃນອາກາດ; ບຸຣຸສທັງຫຼາຍມີຕຽງວາງສົບເປັນທີ່ຄົບຫ້າ ຈະພາເຂົາຜູ້ຕາຍແລ້ວໄປ; ຮ່ອງຮອຍທັງຫຼາຍ ປາກົດຢູ່ພຽງແຕ່ປ່າຊ້າ ເປັນພຽງກະດູກທັງຫຼາຍ ມີສີພຽງດັ່ງສີແຫ່ງນົກກາງແກ, ການບູຊາບວງສວງມີຂີ້ເຖົ່າເປັນທີ່ສຸດ, ສິ່ງທີ່ເອີ້ນວ່າທານນັ້ນ ເປັນບົດບັນຍັຕຂອງຄົນຈ້າ, ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນ ເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນດິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?
ພິກຂຸທັງຫຼາຍເຫຼົ່ານັ້ນ ກາບທູນວິງວອນວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມທັງຫຼາຍ ຂອງພວກຂ້ານ້ອຍ ມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເປັນກາລເໝາະແລ້ວໜໍ ຂໍໃຫ້ອັຕຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຈົ້າເອງເຖີ້ນ ພິກຂຸທັງຫຼາຍໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້” ດັ່ງນີ້. ພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັສເຕືອນໃຫ້ພິກຂຸທັງຫຼາຍເຫຼົ່ານັ້ນຕັ້ງໃຈຟັງດ້ວຍດີແລ້ວ ໄດ້ຕຣັສຂໍ້ຄວາມດັ່ງຕໍ່ໄປນີ້: -
ພິກຂຸທັງຫຼາຍ ! ເມື່ອ ຮູບນັ້ນແລ ມີຢູ່, ເພາະເຂົ້າໄປຢຶດຖືຊຶ່ງຮູບ ເພາະປັກໃຈເຂົ້າໄປສູ່ຮູບ ທິຕຖິຈຶ່ງເກີດຂຶ້ນຢ່າງນີ້ວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








