ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ບໍຣິສຸດ ຜ່ອງໃສ ໃນກາລໃດ;

ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-

“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;

“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;

“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;

“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;

“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;

“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;

“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;

“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

ພິກຂຸທັງຫຼາຍ ! ກໍ ພົບ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ອຸປາທານ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ຕັນຫາ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ເວທະນາ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ຜັສສະ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ສະລາຍະຕະນະ ເປັນແນວໃດໜໍ ? ...ໆລໆ...

ພິກຂຸທັງຫຼາຍ ! ກໍ ນາມຮູບ ເປັນແນວໃດໜໍ ? ... ໆລໆ...

ພິກຂຸທັງຫຼາຍ ! ກໍ ວິນຍານ ເປັນແນວໃດໜໍ ? ... ໆລໆ...

(ຂໍ້ຄວາມນີ້ທີ່ລະໄວ້ດ້ວຍ ...ໆລໆ... ດັ່ງຂ້າງເທິງນີ້ ມີຂໍ້ຄວາມເຕັມດັ່ງໃນຂໍ້ອັນວ່າດ້ວຍ ຊະຣາມໍຣະນະ ແລະຊາຕ ເບື້ອງຕົ້ນທຸກປະການ ຕ່າງກັນແຕ່ຊື່ຫົວຂໍ້ທັມ).

ພິກຂຸທັງຫຼາຍ ! ກໍສັງຂາຣທັງຫຼາຍ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍ ສາມຢ່າງເຫຼົ່ານີ້ ຄື ກາຍະສັງຂາຣ ວະຈີສັງຂາຣ ຈິຕຕະສັງຂາຣ: ພິກຂຸທັງຫຼາຍ ! ເຫຼົ່ານີ້ເອີ້ນວ່າ ສັງຂາຣທັງຫຼາຍ. ຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ;

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງອະວິຊຊາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງຊຶ່ງ

ສັງຂາຣທັງຫຼາຍ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນຊື່ວ່າ ຍານໃນທັມ (ທັມມະຍານ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນ ຍ່ອມນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ