ຄູ່ມືໂສດາບັນ
ໜ້າ/ 82
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.
ພິກຂຸທັງຫຼາຍ ! ກໍຊາຕ ເປັນແນວໃດໜໍ ?
ການເກີດ ການກຳເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າຊາຕ. ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງພົບ; ຄວາມດັບບໍ່ເຫຼືອແຫ່ງຊາຕ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງພົບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງຊຶ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ ວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນທັມ (ທັມມະຍານ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນຍ່ອມ ນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານກໍໄດ້ຮູ້ຢ່າງຍິ່ງແລ້ວເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງ ຊຶ່ງຊາຕ, ຈັກຮູ້ຢ່າງຍິ່ງ ຊຶ່ງເຫຕໃຫ້
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເກີດຂຶ້ນແຫ່ງຊາຕ, ຈັກຮູ້ຢ່າງຍິ່ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ຈັກຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນການຮູ້ຕາມ (ອັນນະວະຍະຍານ).
ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານ ແລະອັນນະວະຍະຍານເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດ








