ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາຍະສັງຂາຣ ວະຈີສັງຂາຣ ຈິຕຕະສັງຂາຣ: ພິກຂຸທັງຫຼາຍ ! ເຫຼົ່ານີ້ເອີ້ນວ່າ ສັງຂາຣທັງຫຼາຍ. ຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ; ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງອະວິຊຊາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ໃນກາລໃດແລ ພິກຂຸ
ຍ່ອມມາຮູ້ທົ່ວເຖິງຊຶ່ງ ຊະຣາມໍຣະນະ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ຊາຕ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບ
ບໍ່ເຫຼືອແຫ່ງຊາຕ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ພົບ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງພົບ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ;ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງພົບ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ອຸປາທານ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງອຸປາທານ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງອຸປາທານ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ຕັນຫາ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຕັນຫາ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຕັນຫາ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ເວທະນາ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງເວທະນາ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ ວ່າເປັນຢ່າງນີ້ໆ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຍ່ອມມາຮູ້ທົ່ວເຖິງຊຶ່ງ ຜັສສະ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຜັສສະ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຜັສສະ ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ສະລາຍະຕະນະ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສະລາຍະຕະນະ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ວ່າເປັນຢ່າງນີ້ໆ.








