ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ນາຍສາຣະຖີຝຶກມ້າຈຶ່ງຝຶກໃຫ້ມັນຮູ້ເຫຕຍິ່ງຂຶ້ນໄປ ໃນກາຣກ້າວຍ່າງ, ໃນກາຣແລ່ນເປັນວົງກົມ, ໃນກາຣຈົດກີບ, ໃນກາຣແລ່ນ, ໃນກາຣໃຊ້ສຽງຮ້ອງໃຫ້ເປັນປະໂຍຊນ໌, ໃນກາຣເປັນມ້າທີ່ມີຄຸນສົມບັຕທີ່ພຣະຣາຊານິຍົມ, ໃນວົງສ໌ພະຍາມ້າ, ໃນຄວາມວ່ອງໄວຊັ້ນຢ້ຽມ, ໃນຄວາມເປັນມ້າຊັ້ນຢ້ຽມ, ໃນກາຣເປັນມ້າຄວນແກ່ກາຣຊົມເຊີຍຊັ້ນຢ້ຽມ ມ້ານັ້ນກໍພະຍົສ ສະບັດ ດິ້ນຣົນ ຢ່າງໃດຢ່າງໜຶ່ງ ເໝືອນມ້າທີ່ຍັງບໍ່ເຄີຍຝຶກ ມ້ານັ້ນ ໝົດພະຍົສໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ. ມ້າອາຊາໄນໂຕງາມໝົດພະຍົສລົງໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ. ນາຍສາຣະຖີກໍຈະເພີ່ມກາຣຝຶກໃຫ້ມີຄຸນພາບ ໃຫ້ມີກຳລັງຍິ່ງຂຶ້ນໄປ. ພັທທາລິ ມ້າອາຊາໄນໂຕງາມປະກອບດ້ວຍອົງຄ໌ ໑໐ ປະກາຣນີ້ແລ ຍ່ອມເປັນພາຫະນະຄວນແກ່ພຣະຣາຊາ ເປັນພາຫະນະສຳລັບກາຣຮັບໃຊ້ຂອງພຣະຣາຊາ ນັບໄດ້ວ່າເປັນອົງຄ໌ຂອງພຣະຣາຊາ ສັນໃດ; ພັທທາລິ ພິກຂຸປະກອບດ້ວຍທັມ ໑໐ ປະກາຣ ກໍສັນນັ້ນ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໑໐ ປະກາຣເປັນຢ່າງໃດ?

ພັທທາລິ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍສັມມາທິຕຖິອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາສັງກັປປະອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາວາຈາອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາກັມມັນຕະອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາອາຊີວະອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາວາຍາມະອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາສະຕິອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາສະມາທິອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາຍານະອັນເປັນຂອງອະເສຂະ,

ເປັນຜູ້ປະກອບດ້ວຍສັມມາວິມຸຕອັນເປັນຂອງອະເສຂະ,

ພັທທາລິ! ພິກຂຸປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.

ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ທ່ານພຣະພັທທາລິມີໃຈຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄ ດັ່ງນີ້ແລ.

ມັຊຊິມະນິກາຍ ມັຊຊິມະປັນນາສ ໑໓/໑໒໙-໑໔໐/໑໖໐-໑໗໔

ຫລັກກາຣບໍຣິໂພຄອາຫາຣ

ພິກຂຸທັງຫລາຍ! ພິກຂຸເປັນຜູ້ຮູ້ປະມານ

ໃນໂພຊະນະເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້

ພິຈາຣະນາໂດຍລະອຽດແລ້ວຈຶ່ງສັນອາຫາຣ

ບໍ່ສັນເພື່ອຫລິ້ນ ບໍ່ສັນເພື່ອມົວເມົາ

ບໍ່ສັນເພື່ອປະດັບ ບໍ່ສັນເພື່ອຕົກແຕ່ງ

ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້

ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລຳບາກ

ເພື່ອອະນຸເຄາະພຣົມມະຈັນຍ໌

ໂດຍກຳນົດວ່າ ເຮົາຈັກກຳຈັດເວທະນາເກົ່າ

(ຄືຄວາມຫິວ) ເສຍ ແລ້ວບໍ່ກະທໍາເວທະນາໃໝ່

(ຄືອິ່ມຈົນອຶດອັດ) ໃຫ້ເກີດຂຶ້ນ

ຄວາມທີ່ອາຍຸດຳເນີນໄປໄດ້

ຄວາມບໍ່ມີໂທສເພາະອາຫາຣ

ແລະຄວາມຢູ່ຜາສຸກສຳຣານຈະມີແກ່ເຮົາ ດັ່ງນີ້,

ພິກຂຸທັງຫລາຍ ພິກຂຸຢ່າງນີ້ຊື່ວ່າ

ເປັນຜູ້ຮູ້ປະມານໃນໂພຊະນະ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໓໙/໓໗

ເຫຕປັຈຈັຍທີ່ເຮັດໃຫ້ອາຍຸສັ້ນ

ແລະອາຍຸຍືນ

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ເປັນເຫຕໃຫ້ອາຍຸສັ້ນ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ບໍ່ກະທຳຄວາມສະບາຍແກ່ຕົນເອງ,

ບໍ່ຮູ້ຈັກປະມານໃນສິ່ງທີ່ສະບາຍ,

ບໍຣິໂພຄສິ່ງທີ່ຍ່ອຍຍາກ,

ເປັນຜູ້ທ່ຽວໃນກາລບໍ່ສົມຄວນ,

ເປັນຜູ້ບໍ່ປະພຶຕພຽງດັ່ງພຣົມ,

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ເປັນເຫຕໃຫ້ອາຍຸສັ້ນ.

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ເປັນເຫຕໃຫ້ອາຍຸຍືນ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ທຳຄວາມສະບາຍແກ່ຕົນເອງ,

ຮູ້ຈັກປະມານໃນສິ່ງທີ່ສະບາຍ,

ບໍຣິໂພຄສິ່ງທີ່ຍ່ອຍງ່າຍ,

ເປັນຜູ້ທ່ຽວໃນກາລອັນສົມຄວນ,

ເປັນຜູ້ປະພຶຕພຽງດັ່ງພຣົມ,

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ເປັນເຫຕໃຫ້ອາຍຸຍືນ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໐/໑໒໕

ສີລເປັນໜຶ່ງໃນທັມທີ່ເປັນເຫຕໃຫ້

ອາຍຸຍືນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ