ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຂ້າແຕ່ທ່ານຜູ້ຈະເຣີນ! ບໍ່ໜ້າອັຈສະຈັນຍ໌ທີ່ເທວະດາທັງຫລາຍເຂົ້າມາຫາຂ້ານ້ອຍ ແລ້ວບອກວ່າ ດູກ່ອນຄະຫະບໍດີ ທັມອັນພຣະຜູ້ມີພຣະພາຄຕຣັສດີແລ້ວ ເມື່ອເທວະດາທັງຫລາຍກ່າວຢ່າງນີ້ແລ້ວ ຂ້ານ້ອຍຈຶ່ງເວົ້າກັບເທວະດາເຫລົ່ານັ້ນຢ່າງນີ້ວ່າ ທ່ານທັງຫລາຍຈະບອກຢ່າງນີ້ ຫລືບໍ່ບອກຢ່າງນີ້ກໍຕາມ ແທ້ຈິງແລ້ວ ທັມກໍເປັນທັມທີ່ພຣະຜູ້ມີພຣະພາຄຕຣັສດີແລ້ວ ຂ້ານ້ອຍບໍ່ຮູ້ສຶກເລີຍວ່າ ຄວາມຟູໃຈຈະມີມາແຕ່ເຫຕນັ້ນ ຂໍ້ທີ່ເທວະດາທັງຫລາຍມາຫາຂ້ານ້ອຍ ຫລືຂ້ານ້ອຍໄດ້ປຣາສັຍກັບເທວະດາທັງຫລາຍ ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໗ ຂອງຂ້ານ້ອຍທີ່ມີຢູ່.
ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍບໍ່ພິຈາຣະນາເຫັນສັງໂຍຊນ໌ໃດໆໃນໂອຣັມພາຄິຍະສັງໂຍຊນ໌ ໕ ທີ່ພຣະຜູ້ມີພຣະພາຄຊົງສະແດງແລ້ວນັ້ນວ່າ ຍັງລະບໍ່ໄດ້ໃນຕົນ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໘ ຂອງຂ້ານ້ອຍທີ່ມີຢູ່.
ຂ້າແຕ່ທ່ານຜູ້ຈະເຣີນ! ທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣຂອງຂ້ານ້ອຍທີ່ມີຢູ່ຢ່າງນີ້ແລ. ຂ້ານ້ອຍກໍບໍ່ຊາບເລີຍວ່າ ພຣະຜູ້ມີພຣະພາຄຊົງພະຍາກອນຂ້ານ້ອຍວ່າເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣວ່າເປັນແນວໃດ.
ລຳດັບນັ້ນ, ພິກຂຸນັ້ນຮັບບິນທະບາຕໃນນິເວສຂອງອຸຄຄະຄະຫະບໍດີຊາວເມືອງເວສາລີແລ້ວ ລຸກຈາກອາສະນະແລ້ວຫລີກໄປ ພາຍຫລັງພັຕ(ພາຍຫລັງສັນອາຫາຣແລ້ວ) ກັບຈາກບິນທະບາຕແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຄຳສົນທະນາປຣາສັຍກັບອຸຄຄະຄະຫະບໍດີຊາວເມືອງເວສາລີທັງໝົດແດ່ພຣະຜູ້ມີພຣະພາຄ.
ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸ! ຖືກແລ້ວ ຖືກແລ້ວ ອຸຄຄະຄະຫະບໍດີຊາວເມືອງເວສາລີ ເມື່ອຈະພະຍາກອນ ຈົ່ງພະຍາກອນຕາມນັ້ນໂດຍຊອບ.
ພິກຂຸ! ເຮົາພະຍາກອນອຸຄຄະຄະຫະບໍດີວ່າ ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣນີ້ແລ ແລະພວກເຈົ້າທັງຫລາຍຈົ່ງຊົງຈຳອຸຄຄະຄະຫະບໍດີຊາວເມືອງເວສາລີວ່າ ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ
໒໓/໑໖໐-໑໖໒/໑໑໑
ກິ່ນຫອມທວນລົມ
ຄັ້ງນັ້ນແລ ທ່ານພຣະອານົນທ໌ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ທູລຖາມພຣະຜູ້ມີພຣະພາຄ ວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມ ໓ ຢ່າງນີ້ ຟຸ້ງໄປຕາມລົມຢ່າງດຽວ ຟຸ້ງໄປທວນລົມບໍ່ໄດ້. ກິ່ນຫອມ ໓ ຢ່າງນັ້ນເປັນຢ່າງໃດ? ຄື ກິ່ນທີ່ຮາກ, ກິ່ນທີ່ແກ່ນ, ກິ່ນທີ່ດອກ, ກິ່ນຫອມ ໓ ຢ່າງນີ້ແລ ຟຸ້ງໄປຕາມລົມຢ່າງດຽວ ຟຸ້ງໄປທວນລົມບໍ່ໄດ້.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ ມີຢູ່ຫລືໜໍ?
ອານົນທ໌! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ມີຢູ່.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ເປັນຢ່າງໃດ?








