ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ຂ້າແຕ່ທ່ານຜູ້ຈະເຣີນ! ໃນຄາວທີ່ຂ້ານ້ອຍໄດ້ເຫັນພຣະຜູ້ມີພຣະພາຄແຕ່ໄກເປັນຄັ້ງທຳອິດ ດ້ວຍກາຣເຫັນນັ້ນເອງ ຈິຕຂອງຂ້ານ້ອຍເຫລື້ອມໃສໃນພຣະຜູ້ມີພຣະພາຄ ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໑ ຂອງຂ້ານ້ອຍທີ່ມີຢູ່.

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍມີຈິຕເຫລື້ອມໃສແລ້ວ ເຂົ້າໄປນັ່ງໃກ້ພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄໄດ້ຊົງສະແດງອະນຸປຸພພິກະຖາໂປດຂ້ານ້ອຍ ຄື ຊົງສະແດງທານກະຖາ, ສີລກະຖາ, ສັຄຄະກະຖາ, ໂທສຂອງກາມອັນຕໍ່າຊາມເສົ້າ ໝອງ (ກາມານັງ ອາທີນະວັງ ໂອກາຣັງ ສັງກິເລສັງ) ແລະອານິສົງສ໌ໃນເນກຂັມມະ (ເນກຂັມເມ ອານິສັງສັງ). ໃນຄາວທີ່ພຣະຜູ້ມີພຣະພາຄໄດ້ຊົງຊາບຂ້ານ້ອຍວ່າ ມີຈິຕຄວນ ອ່ອນ ປາສະຈາກ ນິວອຣນ໌ ເບີກບານ ຜ່ອງໃສແລ້ວ ຈຶ່ງຊົງປະກາສສາມຸກັງສິກາທັມມະເທສະນາຂອງພຣະພຸທທະເຈົ້າທັງຫລາຍ (ພຸທທານັງ ສາມຸກກັງສິກາ ທັມມະເທສະນາ ຕັງ ປະກາເສສິ) ຄື ທຸກຂ໌ ສະມຸທັຍ ນິໂຣທ ມັຄຄ໌ ປຽບເໝືອນຜ້າທີ່ບໍຣິສຸທບໍ່ໝົ່ນໝອງ ຍ່ອມຈະຮັບນ້ຳຍ້ອມໄດ້ດີ ສັນໃດ; ທັມມະຈັກຂຸອັນປາສະຈາກທຸລີ ປາສະຈາກມົນທິນ ເກີດຂຶ້ນແກ່ຂ້ານ້ອຍໃນທີ່ນັ້ນແລວ່າ ສິ່ງໃດສິ່ງໜຶ່ງມີຄວາມເກີດຂຶ້ນເປັນທັມມະດາ ສິ່ງນັ້ນທັງມວນຍ່ອມມີຄວາມດັບໄປເປັນທັມມະດາ (ຍັງກິນຈິ ສະມຸທະຍະທັມມັງ ສັພພັນຕັງ ນິໂຣທະທັມມັນຕິ) ສັນນັ້ນເໝືອນກັນ.

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍໄດ້ເຫັນທັມແລ້ວ ບັນລຸທັມແລ້ວ ຮູ້ແຈ້ງທັມແລ້ວ ຢັ່ງລົງໃນທັມແລ້ວ (ປະຣິໂຍຄາລຫະທັມໂມ) ປາສະຈາກຄວາມເຄືອບແຄງສົງໃສແລ້ວ (ຕິນນະວິຈິກິຈໂສ) ເຖິງຄວາມແກ້ວກ້າແລ້ວ ບໍ່ຕ້ອງເຊື່ອຜູ້ອື່ນໃນຄຳສອນຂອງພຣະສາສດາ ໄດ້ເຖິງພຣະພຸທທະເຈົ້າ ພຣະທັມ ພຣະສົງຄ໌ວ່າເປັນສະຣະນະແລ້ວ ແລະສະມາທານສິກຂາບົທອັນມີພຣົມມະຈັນຍ໌ເປັນທີ ໕ ແລ້ວ ໃນທີ່ນັ້ນແລ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໒ ຂອງຂ້ານ້ອຍທີ່ມີຢູ່.

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍມີປະຊາບໍດີທີ່ຍັງສາວຢູ່ ໔ ຄົນ ຂ້ານ້ອຍໄດ້ເຂົ້າໄປຫາປະຊາບໍດີເຫລົ່ານັ້ນແລ້ວ ໄດ້ກ່າວກັບນາງວ່າ:

ນ້ອງຍິງທັງຫລາຍ! ຂ້າພະເຈົ້າໄດ້ສະມາທານສິກຂາບົທມີພຣົມມະຈັນຍ໌ເປັນທີ ໕ ຜູ້ໃດປາຖນາ ຜູ້ນັ້ນຈົ່ງໃຊ້ໂພຄະຊັພຍ໌ເຫລົ່ານີ້ແລະກະທຳບຸນຍ໌ໄດ້ ຫລືຈະກັບໄປສູ່ຕະກຸນຍາຕຂອງຕົນກໍໄດ້ ຫລືປະສົງຊາຍອື່ນ ຂ້າພະເຈົ້າກໍຈະມອບໃຫ້ແກ່ເຂົາ. ເມື່ອຂ້ານ້ອຍກ່າວຢ່າງນີ້ແລ້ວ ປະຊາບໍດີຄົນທຳອິດໄດ້ເວົ້າກັບຂ້ານ້ອຍຢ່າງນີ້ວ່າ ຂໍທ່ານໄດ້ກະຣຸນາມອບນ້ອງໃຫ້ແກ່ຊາຍຊື່ນີ້ ເຖີດ, ຂ້ານ້ອຍກໍໃຫ້ເຊີນຊາຍຜູ້ນັ້ນມາ ເອົາມືຊ້າຍຈັບປະຊາ ບໍດີ ມືຂວາຈັບນ້ຳເຕົ້າ ຫລັ່ງນ້ຳມອບໃຫ້ແກ່ຊາຍຄົນນັ້ນ. ເມື່ອບໍຣິຈາຄປະຊາບໍດີສາວເປັນທານ ຂ້ານ້ອຍບໍ່ຮູ້ສຶກວ່າມີຈິຕປ່ຽນແປງເປັນຢ່າງອື່ນເລີຍ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໓ ຂອງຂ້ານ້ອຍທີ່ມີຢູ່.

ຂ້າແຕ່ທ່ານຜູ້ຈະເຣີນ! ໃນຕະກຸນຂອງຂ້ານ້ອຍມີໂພຄະຊັພຍ໌ຢູ່ຫລາຍ ແລະໂພຄະຊັພຍ໌ເຫລົ່ານັ້ນ ຂ້ານ້ອຍແຈກຈ່າຍທົ່ວໄປເຖິງຜູ້ມີສີລ ມີກັລຍານະທັມ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໔ ຂອງຂ້ານ້ອຍທີ່ມີຢູ່.

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍເຂົ້າໄປຫາພິກຂຸອົງຄ໌ໃດ ຂ້ານ້ອຍກໍເຂົ້າໄປຫາດ້ວຍຄວາມເຄົາຣົພແທ້ໆ ບໍ່ແມ່ນເຂົ້າໄປຫາດ້ວຍຄວາມບໍ່ເຄົາຣົພ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໕ ຂອງຂ້ານ້ອຍທີ່ມີຢູ່.

ຂ້າແຕ່ທ່ານຜູ້ຈະເຣີນ! ຫາກທ່ານຜູ້ມີອາຍຸນັ້ນສະແດງທັມແກ່ຂ້ານ້ອຍ ຂ້ານ້ອຍກໍຟັງດ້ວຍຄວາມເຄົາຣົພແທ້ໆ ບໍ່ແມ່ນຟັງດ້ວຍຄວາມບໍ່ເຄົາຣົພ. ຫາກທ່ານຜູ້ມີອາຍຸນັ້ນບໍ່ສະແດງທັມແກ່ຂ້ານ້ອຍ ຂ້ານ້ອຍກໍສະແດງທັມແກ່ທ່ານນັ້ນ. ນີ້ແລເປັນທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາປະກາຣທີ ໖ ຂອງຂ້ານ້ອຍທີ່ມີຢູ່.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ