ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

“ບຸຄຄົລໃດ ມີສັທທາຕັ້ງໝັ້ນບໍ່ຫວັ່ນໄຫວໃນພຣະຕະຖາຄົຕ ມີສີລອັນງາມທີ່ພຣະອະຣິຍະເຈົ້າພໍໃຈສັນລະເສີນ ມີຄວາມເຫລື້ອມໃສໃນພຣະສົງຄ໌ ແລະມີຄວາມເຫັນຕົງ ບັນດິຕທັງຫລາຍຮຽກບຸຄຄົລນັ້ນວ່າ ເປັນຄົນບໍ່ຂັດສົນ ຊີວິຕຂອງເຂົາບໍ່ເປົ່າປະໂຍຊນ໌ ເພາະສະນັ້ນແລ ບຸຄຄົລຜູ້ມີປັນຍາ ເມື່ອຣະນຶກເຖິງຄຳສອນຂອງພຣະພຸທທະເຈົ້າທັງຫລາຍ ຄວນປະກອບເນື່ອງໆເຊິ່ງສັທທາ ສີລ ຄວາມເຫລື້ອມໃສ ແລະກາຣເຫັນທັມ.’’

ສັງຍຸຕຕະນິກາຍ ສະຄາຖະວັກ ໑໕/໒໗໘-໒໗໙/໙໑໖-໙໑໙

ສີລທີ່ເປັນກຸສົລມີອະວິປປະຕິສາຣເປັນຜົລ ມີອະວິປປະຕິສາຣເປັນອານິສົງສ໌

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສີລທີ່ເປັນກຸສົລມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

ອານົນທ໌! ສີລທີ່ເປັນກຸສົລມີອະວິປປະຕິສາຣເປັນຜົລ ມີອະວິປປະຕິສາຣເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອະວິປປະຕິສາຣມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ອະວິປປະຕິສາຣມີປຣາໂມທຍ໌ເປັນຜົລ ມີປຣາໂມທຍ໌ເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ປຣາໂມທຍ໌ມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ປຣາໂມທຍ໌ມີປີຕິເປັນຜົລ ມີປີຕິເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ປີຕິມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ປີຕິມີປັສສັທທິເປັນຜົລ ມີປັສສັທທິເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ປັສສັທທິມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ປັສສັທທິມີສຸຂເປັນຜົລ ມີສຸຂເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສຸຂມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ສຸຂມີສະມາທິເປັນຜົລ ມີສະມາທິເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສະມາທິມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ສະມາທິມີຍະຖາພູຕະຍານທັສສະນະເປັນຜົລ ມີຍະຖາພູຕະຍານທັສສະນະເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຍະຖາພູຕະຍານທັສສະນະມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ຍະຖາພູຕະຍານທັສສະນະມີນິພພິທາເປັນຜົລ ມີນິພພິທາເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ນິພພິທາມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ນິພພິທາມີວິຣາຄະເປັນຜົລ ມີວິຣາຄະເປັນອານິສົງສ໌.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ວິຣາຄະມີອັນໃດເປັນຜົລ ມີອັນໃດເປັນອານິສົງສ໌?

ອານົນທ໌! ວິຣາຄະມີວິມຸຕຕິຍານທັສສະນະເປັນຜົລ ມີວິມຸຕຕິຍານທັສສະນະເປັນອານິສົງສ໌.

ອານົນທ໌! ສີລທີ່ເປັນກຸສົລມີອະວິປປະຕິສາຣເປັນຜົລ ມີອະວິປປະຕິສາຣເປັນອານິສົງສ໌ ອະວິປປະຕິສາຣມີປຣາໂມທຍ໌ເປັນ ຜົລ ມີປຣາໂມທຍ໌ເປັນອານິສົງສ໌ ປຣາໂມທຍ໌ມີປີຕິເປັນຜົລ ມີປີຕິເປັນອານິສົງສ໌ ປີຕິມີປັສສັທທິເປັນຜົລ ມີປັສສັທທິເປັນອານິສົງສ໌ ປັສສັທທິມີສຸຂເປັນຜົລ ມີສຸຂເປັນອານິສົງສ໌ ສຸຂມີສະມາທິເປັນຜົລ ມີສະມາທິເປັນອານິສົງສ໌ ສະມາທິມີຍະຖາພູຕະຍານທັສສະນະເປັນຜົລ ມີຍະຖາພູຕະຍານທັສສະນະເປັນອານິສົງສ໌ ຍະຖາພູຕະຍານທັສສະນະມີນິພພິທາເປັນຜົລ ມີນິພພິທາເປັນອານິສົງສ໌ ນິພພິທາມີວິຣາຄະເປັນຜົລ ມີວິຣາຄະເປັນອານິສົງສ໌ ວິຣາຄະມີວິມຸຕຕິຍານທັສສະນະເປັນຜົລ ມີວິມຸຕຕິຍານທັສສະນະເປັນອານິສົງສ໌ ດ້ວຍປະກາຣຢ່າງນີ້.

ອານົນທ໌! ສີລທີ່ເປັນກຸສົລຍ່ອມເຖິງອະຣະຫັນຕ໌ໂດຍລຳດັບດ້ວຍປະກາຣຢ່າງນີ້.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໑/໑

ສີລທີ່ເປັນອະກຸສົລ

ສີລທີ່ເປັນກຸສົລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ