ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຜູ້ເຂົ້າເຖິງເນວະສັນຍານາສັນຍາຍະຕະນະພົ\x{E9E}\x{EB9}\x{EA1}ີອາຍຸຍືນ ດຳຣົງຢູ່ນານ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງເນວະສັນຍານາສັນຍາຍະຕະນະພົພເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງເນວະສັນຍານາສັນຍາຍະຕະນະພົພ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ຂໍເຮົາຈົ່ງເຂົ້າເຖິງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່ ເຂົາຈຶ່ງເຂົ້າເຖິງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່. ພິກຂຸທັງຫລາຍ ພິກຂຸນີ້ຍ່ອມບໍ່ເກີດໃນທີ່ໃດໆ.

ພຣະຜູ້ມີພຣະພາຄໄດ້ຕຣັສພຣະພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຕ່າງຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໑໗໒-໑໗໘/໓໑໘-໓໓໒

ຄວາມສຳຄັນຂອງກາຣສະມາທານ ສັທທາ ສະມາທານສີລ ສະມາທານສຸຕະ ສະມາທານຈາຄະ ສະມາທານປັນຍາ ໃນທັມວິນັຍທີ່ພຣະຕະຖາຄົຕ

ປະກາສແລ້ວ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ກລັນທະກະນິວາປະສະຖານ ເຂຕພຣະນະຄອຣຣາຊະຄຶຫ໌ ໃນຄັ້ງນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ!

ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສແລ້ວ. ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ໃນພຣະນະຄອຣຣາຊະຄຶຫ໌ນີ້ແລ ໄດ້ມີບຸຣຸສຄົນໜຶ່ງເປັນມະນຸສຂັດສົນ ເປັນມະນຸສກຳພ້າ ເປັນມະນຸສຍາກໄຮ້ ແຕ່ເຂົາສະມາທານສັທທາ ສະມາທານສີລ ສະມາທານສຸຕະ ສະມາທານຈາຄະ ສະມາທານປັນຍາ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ (ໂະຖາຄະຕັປປເວທິເຕ ທັມມະວິນະເຍ ສັທທັງ ສະມາທິຍິຕວາ ສີລັງ ສະມາທິຍິຕວາ ສຸຕັງ ສະມາທິຍິຕວາ ຈາຄັງ ສະມາທິຍິຕວາ ປັນຍັງ ສະມາທິຍິຕວາ)

ຄັນເຂົາສະມາທານສັທທາ ສະມາທານສີລ ສະມາທານສຸຕະ ສະມາທານຈາຄະ ສະມາທານປັນຍາ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ ເມື່ອແຕກກາຍຕາຍໄປ ໄດ້ໄປບັງເກີດໃນສຸຄະຕິໂລກສວັນ ຄືຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ເທວະບຸຕນັ້ນຮຸ່ງເຮືອງກວ່າເທວະດາເຫລົ່າອື່ນດ້ວຍວັນນະແລະຍົສ.

ພິກຂຸທັງຫລາຍ! ໃນຄັ້ງນັ້ນແລ ພວກເທວະດາຊັ້ນດາວະດຶງສ໌ພາກັນຍົກໂທສຕຳນິ ຕິຕຽນວ່າ ທ່ານຜູ້ຈະເຣີນທັງຫລາຍ ໜ້າອັຈສະຈັນຍ໌ຫລາຍ ທ່ານຜູ້ຈະເຣີນທັງຫລາຍ ຍັງບໍ່ເຄີຍມີມາເລີຍ ເທວະບຸຕຜູ້ນີ້ ເມື່ອຍັງເປັນມະນຸສຢູ່ໃນກາລກ່ອນ ເປັນມະນຸສຂັດສົນ ເປັນມະນຸສກຳພ້າ ເປັນມະນຸສຍາກໄຮ້ ເມື່ອແຕກກາຍຕາຍແລ້ວ ເຂົາອຸບັຕຍັງສຸຄະຕິໂລກສວັນ ຄືຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ຮຸ່ງເຮືອງກວ່າເທວະດາເຫລົ່າອື່ນດ້ວຍວັນນະແລະຍົສ.

ພິກຂຸທັງຫລາຍ! ຄັ້ງນັ້ນແລ ທ້າວສັກກະຈອມເທພຕຣັສກັບເທວະດາຊັ້ນດາວະດຶງສ໌ວ່າ:

ທ່ານຜູ້ນິຣະທຸກຂ໌ທັງຫລາຍ! ທ່ານທັງຫລາຍຢ່າຍົກໂທສຕໍ່ເທວະບຸຕນີ້ເລີຍ.

ທ່ານຜູ້ນິຣະທຸກຂ໌ທັງຫລາຍ! ເທວະບຸຕນີ້ແລ ເມື່ອຍັງເປັນມະນຸສຢູ່ໃນກາລກ່ອນ ເຂົາສະມາທານສັທທາ ສະມາທານສີລ ສະມາທານສຸຕະ ສະມາທານຈາຄະ ສະມາທານປັນຍາ ໃນທັມວິນັຍທີ່ພຣະຕະຖາຄົຕປະກາສແລ້ວ ເມື່ອແຕກກາຍຕາຍໄປ ຈຶ່ງມາອຸບັຕຍັງສຸຄະຕິໂລກສວັນ ຄືຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ຍ່ອມຮຸ່ງເຮືອງກວ່າເທວະດາເຫລົ່າອື່ນດ້ວຍວັນນະແລະຍົສ.

ພິກຂຸທັງຫລາຍ! ລຳດັບນັ້ນແລ ທ້າວສັກກະຈອມເທພກໍພອຍຍິນດີກັບພວກເທວະດາຊັ້ນດາວະດຶງສ໌ ໄດ້ກ່າວຄາຖາໃນເວລານັ້ນວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ