ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນສຸທັສສີ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນສຸທັສສີເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນສຸທັສສີ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນອະກະນິຕຖາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນອະກະນິຕຖາເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນອະກະນິຕຖາ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຜູ້ເຂົ້າເຖິງອາກາສານັນຈາຍະຕະນະພົ\x{E9E}\x{EB9}\x{EA1}ີອາຍຸຍືນ ດຳຣົງຢູ່ນານ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງອາກາສານັນຈາຍະຕະນະພົພເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງອາກາສານັນຈາຍະຕະນະພົພ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຜູ້ເຂົ້າເຖິງວິນຍານັນຈາຍະຕະນະພົ\x{E9E}\x{EB9}\x{EA1}ີອາຍຸຍືນ ດຳຣົງຢູ່ນານ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງວິນຍານັນຈາຍະຕະນະພົພເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມ ປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງວິນຍານັນຈາຍະຕະນະພົພ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຜູ້ເຂົ້າເຖິງອາກິນຈັນຍາຍະຕະນະພົ\x{E9E}\x{EB9}\x{EA1}ີອາຍຸຍືນ ດຳຣົງຢູ່ນານ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງອາກິນຈັນຍາຍະຕະນະພົພເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມ ປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຜູ້ເຂົ້າເຖິງອາກິນຈັນຍາຍະຕະນະພົພ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ