ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຄັ້ງນັ້ນ ພຣາມນ໌ໂສນະທັນດະຊາບວ່າພຣະຜູ້ມີພຣະພາຄ ສເວີຍສຳເຣັຈແລ້ວ ວາງພຣະຫັຕຖ໌ຈາກບາຕແລ້ວ ຈຶ່ງຖືເອົາອາສະນະຕ່ຳກວ່າ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວກຣາບ ທູລວ່າ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ຖ້າຂ້ານ້ອຍກຳລັງຢູ່ໃນທ່າມກາງບໍຣິສັທຈະລຸກຈາກອາສະນະຖວາຍອະພິວາທພຣະໂຄຕະມະຜູ້ຈະເຣີນ ບໍຣິສັທນັ້ນຈະດູໝິ່ນຂ້ານ້ອຍເພາະເຫຕນັ້ນໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສຂ້ານ້ອຍຈຶ່ງມີໂພຄະສົມບັຕ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ຖ້າຂ້ານ້ອຍກຳລັງຢູ່ໃນທ່າມກາງບໍຣິສັທປະຄອງອັນຊະລີ ຂໍພຣະໂຄຕະມະຜູ້ຈະເຣີນຈົ່ງເຂົ້າພຣະທັຍວ່າ ແທນກາຣລຸກຈາກອາສະນະ. ຖ້າຂ້ານ້ອຍກຳລັງຢູ່ໃນທ່າມກາງບໍຣິສັທເປື້ອງຜ້າໂພກອອກ ຂໍພຣະໂຄຕະມະຜູ້ຈະເຣີນຈົ່ງເຂົ້າພຣະທັຍວ່າ ແທນກາຣອະພິວາທດ້ວຍສຽນເກົ້າ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ຖ້າຂ້ານ້ອຍກຳລັງໄປໃນຍານຈະລົງຈາກຍານແລ້ວຖວາຍອະພິວາທພຣະໂຄຕະມະຜູ້ຈະເຣີນ ບໍຣິສັທນັ້ນຈະດູໝິ່ນຂ້ານ້ອຍເພາະເຫຕນັ້ນໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສ ຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສຂ້ານ້ອຍຈຶ່ງມີໂພຄະສົມບັຕ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ຖ້າຂ້ານ້ອຍກຳລັງໄປໃນຍານຍົກປະຕັກຂຶ້ນ ຂໍພຣະໂຄຕະມະຜູ້ຈະເຣີນຈົ່ງເຂົ້າພຣະທັຍວ່າ ແທນກາຣລົງຈາກຍານຂອງຂ້ານ້ອຍ. ຖ້າຂ້ານ້ອຍກຳລັງໄປໃນຍານລົດຮົ່ມລົງ ຂໍພຣະໂຄຕະມະຜູ້ຈະເຣີນຈົ່ງເຂົ້າພຣະທັຍວ່າ ແທນກາຣອະພິວາທດ້ວຍສຽນເກົ້າຂອງຂ້ານ້ອຍ ດັ່ງນີ້.
ລຳດັບນັ້ນ ພຣະຜູ້ມີພຣະພາຄໄດ້ຊົງຍັງພຣາມນ໌ໂສນະທັນດະໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ໃຫ້ຣ່າເຣິງດ້ວຍທັມມິກະຖາແລ້ວ ສະເດັຈລຸກຈາກອາສະນະສະເດັຈກັບໄປ ດັ່ງນີ້ແລ.
ທີຄະນິກາຍ ສີລະຂັນທະວັຄ ໙/໑໑໘-໑໔໔/໑໗໘-໑໙໘
ບັນດິຕປາຖນາຄວາມສຸຂ ໓ ປະກາຣ
ຈຶ່ງຮັກສາສີລ
ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣ ຈຶ່ງຮັກສາສີລ; ໓ ປະກາຣເປັນຢ່າງໃດ? ຄື ບັນດິຕປາຖນາຢູ່ວ່າ:
ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ,
ຂໍໂພຄະສົມບັຕຈົ່ງເກີດຂຶ້ນແກ່ເຮົາ,
ເມື່ອແຕກກາຍຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສວັນ,
ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣນີ້ແລ ຈຶ່ງຮັກສາສີລ.
ຊົນຜູ້ມີປັນຍາປາຖນາຄວາມສຸຂ ໓ ປະກາຣຄື ຄວາມສັນລະເສີນ, ກາຣໄດ້ມາເຊິ່ງໂພຄະຊັພຍ໌ເຄື່ອງປຶ້ມໃຈ, ຄວາມບັນເທີງໃນສວັນໃນໂລກໜ້າ ຈຶ່ງຮັກສາສີລ.
ຖ້າວ່າບຸຄຄົລບໍ່ກະທຳຄວາມຊົ່ວ ແຕ່ເຂົ້າໄປສະມາຄົມກັບບຸຄຄົລຜູ້ກະທຳຄວາມຊົ່ວຢູ່ ບຸຄຄົລນັ້ນເປັນຜູ້ທີ່ຄົນເຂົາລັງກຽດເພາະຄວາມຊົ່ວ ແລະໂທສຂອງບຸຄຄົລຜູ້ສະມາຄົມກັບຄົນຊົ່ວນີ້ຍ່ອມງອກງາມ.
ບຸຄຄົລທີ່ກະທຳຄົນເຊັ່ນໃດໃຫ້ເປັນມິຕ ແລະເຂົ້າໄປສະມາຄົມກັບຄົນເຊັ່ນໃດ ບຸຄຄົລນັ້ນແຫລະຊື່ວ່າເປັນເຊັ່ນດຽວກັບບຸຄຄົລນັ້ນ ເພາະເຫຕແຫ່ງກາຣຢູ່ຮ່ວມກັນ.
ຄົນຊົ່ວຊ້ອງເສພບຸຄຄົລອື່ນຜູ້ບໍຣິສຸທໂດຍປົກກະຕິຢູ່ ຍ່ອມກະທຳບຸຄຄົລຜູ້ບໍຣິສຸທໂດຍປົກກະຕິທີ່ຊ້ອງເສພຕົນໃຫ້ຕິດເປື້ອນດ້ວຍຄວາມຊົ່ວ ເໝືອນລູກສອນທີ່ແຊ່ຢາພິດ ຖືກຢາພິດຕິດເປື້ອນແລ້ວ ຍ່ອມກະທຳໂບກລູກສອນທີ່ບໍ່ຕິດເປື້ອນ ໃຫ້ຕິດເປື້ອນດ້ວຍຢາພິດ ສັນນັ້ນ.
ຜູ້ມີປັນຍາຍ່ອມບໍ່ມີຄົນຊົ່ວເປັນເພື່ອນເລີຍ ເພາະຄວາມຢ້ານກົວຄວາມເປິເປື້ອນ.
ຄົນໃດຫໍ່ປາເນົ່າໄວ້ດ້ວຍໃບຫຍ້າຄາ ຫຍ້າຄາຂອງຄົນນັ້ນຍ່ອມມີກິ່ນເໝັນຟຸ້ງໄປ ກາຣເຂົ້າໄປສະມາຄົມກັບຄົນພາລຍ່ອມເປັນເຊັ່ນນັ້ນ.
ສ່ວນຄົນໃດຫໍ່ກິດສນາໄວ້ດ້ວຍໃບໄມ້ ແມ່ນແຕ່ໃບໄມ້ຂອງຄົນນັ້ນຍ່ອມມີກິ່ນຫອມຟຸ້ງໄປ ກາຣເຂົ້າໄປສະມາຄົມກັບບັນດິຕຍ່ອມເປັນເຊັ່ນນັ້ນ.
ເພາະສະນັ້ນ ບັນດິຕຮູ້ຄວາມສຳເຣັຈຜົລແຫ່ງຕົນເໝືອນຫໍ່ໃບໄມ້ແລ້ວ ຍ່ອມບໍ່ເຂົ້າໄປສະມາຄົມກັບອະສັປບຸຣຸສ ຍ່ອມສະມາຄົມກັບສັປບຸຣຸສ ເພາະວ່າ ອະສັປບຸຣຸສຍ່ອມນຳໄປສູ່ນະຣົກ ສັປບຸຣຸສຍ່ອມນຳໄປສູ່ສຸຄະຕິ.
ຂຸທທະກະນິກາຍ. ຂຸທທ-ທັມມະບົທ-
ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໒໑໗-໒໑໘/໒໕໔
ເປັນທັມມະດາທີ່ອະວິປປະຕິສາຣຍ່ອມເກີດຂຶ້ນແກ່ບຸຄຄົລຜູ້ມີສີລ
ຜູ້ສົມບູນດ້ວຍສີລ








