ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອນິຣະມິຕຣູປອັນເກີດແຕ່ໃຈ ຄື ນິຣະມິຕກາຍອື່ນຈາກກາຍນີ້ອັນມີຣູປເກີດແຕ່ໃຈ ມີອະວັຍວະນ້ອຍໃຫຍ່ຄົບຖ້ວນ ມີອິນຊີບໍ່ບົກຜ່ອງ. ພຣາມນ໌ ປຽບເໝືອນບຸຣຸສຊັກໄສ້ອອກຈາກຫຍ້າປ້ອງ ເຂົາຈະມີຄວາມຄິດຢ່າງນີ້ວ່າ ນີ້ຫຍ້າປ້ອງ ນີ້ໄສ້ ຫຍ້າປ້ອງຢ່າງໜຶ່ງ ໄສ້ຢ່າງໜຶ່ງ ກໍແຕ່ວ່າໄສ້ຊັກອອກຈາກຫຍ້າປ້ອງນັ້ນເອງ. ພຣາມນ໌ ອີກນັຍໜຶ່ງ ປຽບເໝືອນບຸຣຸສຊັກດາບອອກຈາກຝັກ ເຂົາຈະມີຄວາມຄິດຢ່າງນີ້ວ່າ ນີ້ດາບ ນີ້ຝັກ ດາບຢ່າງໜຶ່ງ ຝັກຢ່າງໜຶ່ງ ກໍແຕ່ວ່າດາບຊັກອອກຈາກຝັກນັ້ນເອງ. ພຣາມນ໌ ອີກນັຍໜຶ່ງ ປຽບເໝືອນບຸຣຸສຊັກງູອອກຈາກຄາບ ເຂົາຈະມີຄວາມຄິດຢ່າງນີ້ວ່າ ນີ້ງູ ນີ້ຄາບ ງູຢ່າງໜຶ່ງ ຄາບຢ່າງໜຶ່ງ ກໍແຕ່ວ່າງູຊັກອອກຈາກຄາບນັ້ນເອງ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອນິຣະມິຕຣູປອັນເກີດແຕ່ໃຈ ຄື ນິຣະມິຕກາຍອື່ນຈາກກາຍນີ້ອັນມີຣູປເກີດແຕ່ໃຈ ມີອະວັຍວະນ້ອຍໃຫຍ່ຄົບຖ້ວນ ມີອິນຊີບໍ່ບົກຜ່ອງ. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອອິທທິວິທີ ເຂົາບັນລຸອິທທິວິທີຫລາຍປະກາຣຄື ຄົນດຽວເປັນຫລາຍຄົນກໍໄດ້; ຫລາຍຄົນເປັນຄົນດຽວກໍໄດ້; ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້; ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້; ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້; ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້; ໃຊ້ອຳນາຈທາງກາຍໄປຕລອດພຣົມມະໂລກກໍໄດ້. ພຣາມນ໌ ປຽບເໝືອນຊ່າງໝໍ້ຫລືລູກນ້ອງຂອງຊ່າງໝໍ້ຜູ້ສລາດ ເມື່ອນວດດິນດີແລ້ວ ຕ້ອງກາຣພາຊະນະຊະນິດໃດໆ ຍ່ອມກະທຳພາຊະນະຊະນິດນັ້ນໆໃຫ້ສຳເຣັຈໄດ້. ພຣາມນ໌ ອີກນັຍໜຶ່ງ ປຽບເໝືອນນາຍຊ່າງງາຫລືລູກນ້ອງຂອງນາຍຊ່າງງາຜູ້ສລາດ ເມື່ອແຕ່ງງາດີແລ້ວ ຕ້ອງກາຣເຄື່ອງງາຊະນິດໃດໆ ຍ່ອມກະທຳເຄື່ອງງາຊະນິດນັ້ນໆໃຫ້ສຳເຣັຈໄດ້. ພຣາມນ໌ ອີກນັຍໜຶ່ງ ປຽບເໝືອນຊ່າງຄຳຫລືລູກນ້ອງຂອງຊ່າງຄຳຜູ້ສລາດ ເມື່ອຫລອມຄຳດີແລ້ວ ຕ້ອງກາຣຄຳຣູປະພັນຊະນິດໃດໆ ຍ່ອມກະທຳຄຳຣູປະພັນຊະນິດນັ້ນໆໃຫ້ສຳເຣັຈໄດ້ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອອິທທິວິທີ ເຂົາບັນລຸອິທທິວິທີຫລາຍປະກາຣຄື ຄົນດຽວເປັນຫລາຍຄົນກໍໄດ້; ຫລາຍຄົນເປັນຄົນດຽວກໍໄດ້; ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດ ເໝືອນໄປໃນທີ່ວ່າງກໍໄດ້; ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້; ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້; ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້; ໃຊ້ອຳນາຈທາງກາຍໄປຕລອດພຣົມມະໂລກກໍໄດ້. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.








