ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອທິພພະໂສຕະທາຕ ເຂົາຍ່ອມໄດ້ຍິນສຽງ ໒ ຊະນິດຄື ສຽງທິພແລະສຽງມະນຸສ ທັງທີ່ຢູ່ໄກແລະຢູ່ໃກ້ ດ້ວຍທິພພະໂສຕະອັນບໍຣິສຸທ ລ່ວງໂສຕະຂອງມະນຸສ. ພຣາມນ໌ ປຽບເໝືອນບຸຣຸສເດີນທາງໄກ ເຂົາໄດ້ຍິນສຽງກອງແດ່ ສຽງຕະໂພນແດ່ ສຽງສັງຂ໌ແດ່ ສຽງປະນະວະແດ່(ກອງສອງໜ້າຂະໜາດນ້ອຍຊະນິດໜຶ່ງ) ສຽງເປິ່ງໝາງແດ່ ເຂົາຍ່ອມເຂົ້າໃຈວ່າ ສຽງກອງດັ່ງນີ້ແດ່ ສຽງຕະໂພນດັ່ງນີ້ແດ່ ສຽງສັງຂ໌ດັ່ງນີ້ແດ່ ສຽງປະນະວະດັ່ງນີ້ແດ່ ສຽງເປິ່ງໝາງດັ່ງນີ້ແດ່ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອທິພພະໂສຕະທາຕ ເຂົາຍ່ອມໄດ້ຍິນສຽງ ໒ ຊະນິດຄື ສຽງທິພແລະສຽງມະນຸສ ທັງທີ່ຢູ່ໄກແລະຢູ່ໃກ້ ດ້ວຍທິພພະໂສຕະອັນບໍຣິສຸທ ລ່ວງໂສຕະຂອງມະນຸສ. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.
ພຣາມນ໌! ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອເຈໂຕປະຣິຍະຍານ ເຂົາຍ່ອມກຳນົດຮູ້ໃຈຂອງສັຕອື່ນ ຂອງບຸຄຄົລອື່ນໄດ້ດ້ວຍໃຈຄື ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ; ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ; ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ; ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ; ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ; ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ; ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່; ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ; ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ; ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ; ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ; ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ; ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ; ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ; ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ; ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ. ພຣາມນ໌ ປຽບເໝືອນຍິງສາວຫລືຊາຍໜຸ່ມທີ່ຊອບແຕ່ງໂຕ ເມື່ອສ່ອງເບິ່ງເງົາໜ້າຂອງຕົນໃນແວ່ນອັນບໍຣິສຸທ ສະອາດ ຫລືໃນພາຊະນະນ້ຳໃສ ໜ້າມີໄຝກໍຈະຮູ້ວ່າ ໜ້າມີໄຝ ຫລືໜ້າບໍ່ມີໄຝ ກໍຈະຮູ້ວ່າ ໜ້າບໍ່ມີໄຝ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອເຈໂຕປະຣິຍະຍານ ເຂົາຍ່ອມກຳນົດຮູ້ໃຈຂອງສັຕອື່ນ ຂອງບຸຄຄົລອື່ນໄດ້ດ້ວຍໃຈຄື ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ; ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ; ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ; ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ; ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ; ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ; ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່; ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ; ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ; ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ; ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ; ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ; ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ; ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ; ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ; ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.








