ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພຣາມນ໌! ອີກປະກາຣໜຶ່ງ ພິກຂຸມີອຸເປກຂາ ມີສະຕິ ສັມປະຊັນຍະ ສເວີຍສຸຂດ້ວຍກາຍ ເພາະປີຕິສິ້ນໄປ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິ ຢູ່ເປັນສຸຂ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະ ຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ. ພຣາມນ໌ ປຽບເໝືອນໃນກໍບົວອຸບົລ ໃນກໍບົວປະທຸມ ຫລືໃນກໍບົວບຸນທະຣິກ, ດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກ ບາງເຫລົ່າເຊິ່ງເກີດໃນນ້ຳ ຈະເຣີນໃນນ້ຳ ຍັງບໍ່ພົ້ນນ້ຳ ຈົມຢູ່ໃນນ້ຳ ອັນນ້ຳຫລໍ່ລ້ຽງໄວ້ ດອກບົວເຫລົ່ານັ້ນ ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນຕລອດຍອດ ຕລອດເຫງົ້າ ບໍ່ມີເອກະເທສໃດໆແຫ່ງດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກທົ່ວທຸກສ່ວນ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ.

ພຣາມນ໌! ອີກປະກາຣໜຶ່ງ ພິກຂຸບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ເພາະລະສຸຂລະທຸກຂ໌ ແລະດັບໂສມະນັສໂທມະນັສກ່ອນໆໄດ້ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ. ພຣາມນ໌ ປຽບເໝືອນບຸຣຸສນັ່ງຄຸມໂຕ ຕລອດຫົວດ້ວຍຜ້າຂາວ ບໍ່ມີເອກເທສໃດໆແຫ່ງກາຍທຸກໆສ່ວນຂອງເຂົາທີ່ຜ້າຂາວຈະບໍ່ຖືກຕ້ອງ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ.

ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອຍານທັສສະນະ ເຂົາຍ່ອມຮູ້ຊັດຢ່າງນີ້ວ່າ ກາຍຂອງເຮົານີ້ແລ ມີຣູປປະກອບດ້ວຍມະຫາພູຕະທັງ ໔ ເກີດແຕ່ມາຣດາບິດາ ເຕີບໂຕຂຶ້ນດ້ວຍເຂົ້າສຸກແລະຂະໜົມສົດ ບໍ່ທ່ຽງ ຕ້ອງອົບ ຕ້ອງນວດຟັ້ນ ມີອັນທຳລາຍແລະກະແຈກກະຈາຍໄປເປັນທັມມະດາ ແລະວິນຍານຂອງເຮົານີ້ກໍອາສັຍ ເນື່ອງຢູ່ໃນກາຍນີ້. ພຣາມນ໌ ປຽບເໝືອນແກ້ວໄພທູຣຍ໌ອັນງາມ ເກີດເອງຢ່າງບໍຣິສຸທ ແປດຫລ່ຽມ ນາຍຊ່າງເຈຍຣະໄນດີແລ້ວ ສຸກໄສ ແວວວາວ ສົມສ່ວນທຸກຢ່າງ ມີດ້າຍຂຽວ ເຫລືອງ ແດງ ຂາວ ຫລືນວນຮ້ອຍຢູ່ໃນນັ້ນ ບຸຣຸສຜູ້ມີຈັກຂຸຢິບເອົາແກ້ວໄພທູຣຍ໌ນັ້ນວາງໄວ້ໃນມືແລ້ວ ພິຈາຣະນາເຫັນວ່າ ແກ້ວໄພທູຣຍ໌ນີ້ງາມ ເກີດເອງຢ່າງບໍຣິສຸທ ແປດຫລ່ຽມ ນາຍຊ່າງເຈຍຣະໄນດີແລ້ວ ສຸກໄສ ແວວວາວ ສົມສ່ວນທຸກຢ່າງ ມີດ້າຍຂຽວ ເຫລືອງ ແດງ ຂາວ ຫລືນວນຮ້ອຍຢູ່ໃນແກ້ວໄພທູຣຍ໌ນັ້ນ ສັນໃດ; ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອຍານທັສສະນະ ເຂົາຍ່ອມຮູ້ຊັດຢ່າງນີ້ວ່າ ກາຍຂອງເຮົານີ້ແລ ມີຣູປປະກອບດ້ວຍມະຫາພູຕະທັງ ໔ ເກີດແຕ່ມາຣດາບິດາ ເຕີບໂຕຂຶ້ນດ້ວຍເຂົ້າສຸກແລະຂະໜົມສົດ ບໍ່ທ່ຽງ ຕ້ອງອົບ ຕ້ອງນວດຟັ້ນ ມີອັນທຳລາຍແລະກະແຈກກະຈາຍໄປເປັນທັມມະດາ ແລະວິນຍານຂອງເຮົານີ້ກໍອາສັຍ ເນື່ອງຢູ່ໃນກາຍນີ້. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ