ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸເວັ້ນຂາດຈາກກາຣເວົ້າຫລອກລວງແລະກາຣເວົ້າລຽບຄຽງ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງເວົ້າຫລອກລວງ ເວົ້າລຽບຄຽງ ເວົ້າຫວ່ານລ້ອມ ເວົ້າແລະເລັມ ສະແຫວງຫາລາພດ້ວຍລາພ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.

ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ທາຍອະວັຍວະ ທາຍນິມິຕ ທາຍອຸປບາຕ ທຳນາຍຝັນ ທຳນາຍລັກສະນະ ທຳນາຍໜູກັດຜ້າ ທຳພິທີບູຊາໄຟ ທຳພິທີເບີກແວ່ນວຽນທຽນ ທຳພິທີຊັດແກບບູຊາໄຟ ທຳພິທີຊັດຮຳບູຊາໄຟ ທຳພິທີຊັດເຂົ້າສານບູຊາໄຟ ທຳພິທີເຕີມເນີຍບູຊາໄຟ ທຳພິທີເຕີມນ້ຳມັນບູຊາໄຟ ທຳພິທີເສກເປົ່າບູຊາໄຟ ທຳພລີກັມດ້ວຍໂລຫິຕ ເປັນໝໍດູອະວັຍວະ ດູລັກສະນະທີ່ບ້ານ ດູລັກສະນະທີ່ນາ ເປັນໝໍປຸກເສກ ເປັນໝໍຜີ ເປັນໝໍລົງເລັກຍັນຄຸ້ມກັນບ້ານເຮືອນ ເປັນໝໍງູ ເປັນໝໍຢາພິດ ເປັນໝໍແມງງອດ ເປັນໝໍຮັກສາແຜໜູກັດ ເປັນໝໍທາຍສຽງນົກ ເປັນໝໍທາຍສຽງກາ ເປັນໝໍທາຍອາຍຸ ເປັນໝໍເສກກັນລູກສອນ ເປັນໝໍທາຍສຽງສັຕ, ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.

ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ທາຍລັກສະນະແກ້ວມະນີ ທາຍລັກສະນະໄມ້ພອງ ທາຍລັກສະນະຜ້າ ທາຍລັກສະນະສັສຕຣາ ທາຍລັກສະນະດາບ ທາຍລັກສະນະສອຣ ທາຍລັກສະນະທະນູ ທາຍລັກສະນະອາວຸທ ທາຍລັກສະນະສະຕຣີ ທາຍລັກສະນະບຸຣຸສ ທາຍລັກສະນະກຸມາຣ ທາຍລັກສະນະກຸມາຣີ ທາຍລັກສະນະຄວາຍ ທາຍລັກສະນະງົວອຸສະພະ ທາຍລັກສະນະງົວ ທາຍລັກສະນະແບ້ ທາຍລັກສະນະແກະ ທາຍລັກສະນະໄກ່ ທາຍລັກສະນະນົກ ທາຍລັກສະນະເຫ້ຍ ທາຍລັກສະນະເຕົ່າ ທາຍລັກສະນະກວາງ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.

ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ດູເຣີກຍາຕຣາທັບວ່າ ພຣະຣາຊາຈັກຍົກອອກ ພຣະຣາຊາຈັກບໍ່ຍົກອອກ ພຣະຣາຊາພາຍໃນຈັກຍົກເຂົ້າປະຊິດ ພຣະຣາຊາພາຍນອກຈັກຖອຍ ພຣະຣາຊາພາຍນອກຈັກຍົກເຂົ້າປະຊິດ ພຣະຣາຊາພາຍໃນຈັກຖອຍ ພຣະຣາຊາພາຍໃນຈັກມີຊັຍ ພຣະຣາຊາພາຍນອກຈັກປຣາຊັຍ ພຣະຣາຊາພາຍນອກຈັກມີຊັຍ ພຣະຣາຊາພາຍໃນຈັກປຣາຊັຍ ພຣະຣາຊາອົງຄ໌ນີ້ຈັກມີຊັຍ ພຣະຣາຊາອົງຄ໌ນີ້ຈັກປຣາຊັຍ ເພາະເຫຕນີ້ໆ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣ ໜຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ