ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸເວັ້ນຂາດຈາກທີ່ນອນອັນສູງໃຫຍ່ ເຊັ່ນຢ່າງທີ່ສະມະນະ ພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງນອນເທິງທີ່ນອນອັນສູງໃຫຍ່ເຫັນປານນີ້ຄື ຕຽງມີເທົ້າເກີນປະມານ ຕຽງມີເທົ້າເຮັດດ້ວຍຮູບສັຕຮ້າຍ ຜ້າໂກເຊົາວ໌ຂົນຍາວ ເຄື່ອງລາດທີ່ເຮັດດ້ວຍຂົນແກະວິຈິຕດ້ວຍລວດລາຍ ເຄື່ອງລາດທີ່ເຮັດດ້ວຍຂົນແກະສີຂາວ ເຄື່ອງລາດທີ່ມີສັນຖານເປັນຊໍ່ດອກໄມ້ ເຄື່ອງລາດທີ່ຍັດນຸ່ນ ເຄື່ອງລາດຂົນແກະມີຂົນຕັ້ງ ເຄື່ອງລາດຂົນແກະວິຈິຕດ້ວຍຮູບສັຕຮ້າຍ ມີສີຫະແລະເສືອເປັນຕົ້ນ ເຄື່ອງລາດຂົນແກະມີຂົນຂ້າງດຽວ ເຄື່ອງລາດຄຳແລະເງິນແກມໄໝ ເຄື່ອງລາດໄໝກີບຄຳແລະເງິນ ເຄື່ອງລາດຂົນແກະຈຸນາງຟ້ອນ ໑໖ ຄົນ ເຄື່ອງລາດຫລັງຊ້າງ ເຄື່ອງລາດຫລັງມ້າ ເຄື່ອງລາດໃນຣົຖ ເຄື່ອງລາດທີ່ເຮັດດ້ວຍໜັງສັຕຊື່ອະຊິນະອັນມີຂົນອ່ອນນຸ້ມ ເຄື່ອງລາດຢ່າງດີເຮັດດ້ວຍໜັງເຫັນ ເຄື່ອງລາດມີແພດານ ເຄື່ອງລາດມີໝອນຂ້າງ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣປະກອບກາຣປະດັບຕົບແຕ່ງຮ່າງກາຍ ອັນເປັນຖານແຫ່ງກາຣແຕ່ງໂຕ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງປະກອບກາຣປະດັບຕົບແຕ່ງຮ່າງກາຍ ອັນເປັນຖານແຫ່ງກາຣແຕ່ງໂຕເຫັນປານນີ້ຄື ອົບໂຕ ບີບ(ປຣິິມັທທະນັງ) ອາບນໍ້າຫອມ ນວດ(ສັມພາຫະນັງ) ແຍງແວ່ນ ແຕ້ມຕາ ປະດັບດອກໄມ້ ທາຜິວ ຜັດໜ້າ ທາປາກ ປະດັບຂໍ້ມື ສວມແຫວນ ໃຊ້ໄມ້ເທົ້າ ໃຊ້ກັກຢາ(ນາລິກັງ) ໃຊ້ດາບ(ອະສິງ) ໃຊ້ຂັນຄ໌(ຂັຄຄັງ) ໃຊ້ຄັນຮົ່ມ ສວມເກີບປະດັບວິຈິຕ ຕິດກອບໜ້າ ປັກປິ່ນ ໃຊ້ພັດວາລວິຊນີ(ວາລະວີຊະນິງ) ນຸ່ງຫົ່ມຜ້າຂາວ ນຸ່ງຫົ່ມຜ້າມີຊາຍ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກຕິຣັຈສານກະຖາ ເຊັ່ນຢ່າງທີ່ສະມະນະ ພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງປະກອບຕິຣັຈສານກະຖາເຫັນປານນີ້ຄື ເວົ້າເຣື່ອງພຣະຣາຊາ, ເຣື່ອງໂຈຣ, ເຣື່ອງມະຫາອະມາຕຍ໌, ເຣື່ອງກອງທັບ, ເຣື່ອງພັຍ, ເຣື່ອງຣົບ, ເຣື່ອງເຂົ້າ, ເຣື່ອງນ້ຳ, ເຣື່ອງຜ້າ, ເຣື່ອງທີ່ນອນ, ເຣື່ອງດອກໄມ້, ເຣື່ອງຂອງຫອມ, ເຣື່ອງຍາຕ, ເຣື່ອງຍານ, ເຣື່ອງບ້ານ, ເຣື່ອງນິຄົມ, ເຣື່ອງຣາຊະທານີ, ເຣື່ອງຊົນບົທ, ເຣື່ອງສະຕຣີ, ເຣື່ອງບຸຣຸສ, ເຣື່ອງຄົນກ້າຫານ, ເຣື່ອງທາງຮ່ອມ, ເຣື່ອງທ່ານ້ຳ, ເຣື່ອງຄົນທີ່ລ່ວງລັບໄປແລ້ວ, ເຣື່ອງເລັກໆນ້ອຍໆ, ເຣື່ອງໂລກ, ເຣື່ອງທະເລ, ເຣື່ອງຄວາມຈະເຣີນແລະຄວາມເສື່ອມ ດ້ວຍປະກາຣນັ້ນໆ. ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣກ່າວຖ້ອຍຄຳຂັດແຍ່ງກັນ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງກ່າວຖ້ອຍຄຳຂັດແຍ່ງກັນເຫັນປານນີ້ຄື ທ່ານບໍ່ຮູ້ທົ່ວເຖິງທັມວິນັຍນີ້ ຂ້າພະເຈົ້າຮູ້ທົ່ວເຖິງ ທ່ານຈັກຮູ້ທົ່ວເຖິງທັມວິນັຍນີ້ໄດ້ຢ່າງໃດ ທ່ານປະຕິບັຕຜິດ ຂ້າພະເຈົ້າປະຕິບັຕຖືກ ຖ້ອຍຄຳຂອງຂ້າພະເຈົ້າເປັນປະໂຍຊນ໌ ຂອງທ່ານບໍ່ເປັນປະໂຍຊນ໌ ຄຳທີ່ຄວນຈະກ່າວກ່ອນ ທ່ານກັບກ່າວພາຍຫລັງ ຄຳທີ່ຄວນຈະກ່າວພາຍຫລັງ ທ່ານກັບກ່າວກ່ອນ ຂໍ້ນີ້ທ່ານເຄີຍຊຳນານກັບມາຜັນແປໄປແລ້ວ ຂ້າພະເຈົ້າຈັບຜິດວາທະຂອງທ່ານໄດ້ແລ້ວ ຂ້າພະເຈົ້າຂົ່ມທ່ານໄດ້ແລ້ວ ທ່ານຈົ່ງຖອນວາທະເສຍ ບໍ່ສະນັ້ນ ກໍຈົ່ງແກ້ໄຂເສຍຖ້າສາມາດ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣປະກອບທູຕກັມແລະກາຣຮັບໃຊ້ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງຂົນຂວາຍປະກອບທູຕກັມແລະກາຣຮັບໃຊ້ເຫັນປານນີ້ຄື ຮັບເປັນທູຕຂອງພຣະຣາຊາ ຣາຊະມະຫາອະມາຕຍ໌ ກະສັຕ ພຣາມນ໌ ຄະຫະບໍດີ ແລະກຸມາຣີວ່າ ທ່ານຈົ່ງໄປໃນທີ່ນີ້ ທ່ານຈົ່ງໄປໃນທີ່ນັ້ນ ທ່ານຈົ່ງນຳເອົາສິ່ງນີ້ໄປ ທ່ານຈົ່ງນຳເອົາສິ່ງນີ້ໃນທີ່ນັ້ນມາ ດັ່ງນີ້ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.








