ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພຣະສະມະນະໂຄຕະມະມີພຣະວາຈາມ່ວນ ມີພຣະສຳນຽງມ່ວນ ປະກອບດ້ວຍວາຈາຂອງຊາວເມືອງງົດງາມຫາໂທສບໍ່ໄດ້ ໃຫ້ຜູ້ຟັງເຂົ້າໃຈເນື້ອຄວາມໄດ້ຢ່າງແຈ່ມແຈ້ງ...

ພຣະສະມະນະໂຄຕະມະເປັນອາຈາຣຍ໌ແລະປາຈາຣຍ໌ຂອງຊົນທັງຫລາຍ...

ພຣະສະມະນະໂຄຕະມະສິ້ນກາມຣາຄະແລ້ວ ເລີກປະດັບຕົບແຕ່ງແລ້ວ...

ພຣະສະມະນະໂຄຕະມະເປັນກັມມະວາທີ ເປັນກິຣິຍາວາທີ ບໍ່ຊົງມຸ່ງຮ້າຍແກ່ພວກພຣາມນ໌...

ພຣະສະມະນະໂຄຕະມະຊົງຜນວຊຈາກສະກຸນສູງ ຄືສະກຸນກະສັຕອັນບໍ່ເຈືອປົນ...

ພຣະສະມະນະໂຄຕະມະຊົງຜນວຊຈາກສະກຸນຮັ່ງມີ ມີຊັພຍ໌ຫລາຍ ມີໂພຄະສົມບັຕຫລາຍ...

ຊົນຕ່າງຣັຖ ຕ່າງຊົນບົທພາກັນມາທູລຖາມບັນຫາພຣະສະມະນະໂຄຕະມະ...

ເທວະດາຫລາຍພັນມອບຊີວິຕເຖິງພຣະສະມະນະໂຄຕະມະເປັນສະຣະນະ...

ພຣະກິຕຕິສັທອັນງາມຂອງພຣະສະມະນະໂຄຕະມະນັ້ນຂະຈອຣໄປແລ້ວຢ່າງນີ້ວ່າ ເພາະເຫຕນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ ດັ່ງນີ້...

ພຣະສະມະນະໂຄຕະມະປະກອບດ້ວຍມະຫາປຸຣິສະລັກສະນະ ໓໒ ປະກາຣ...

ພຣະສະມະນະໂຄຕະມະມີປົກກະຕິກ່າວເຊື້ອເຊີນ ເຈຣະຈາ ຜູກໄມຕຣີ ຊ່າງປຣາສັຍ ມີພຣະພັກບໍ່ເຄັ່ງຂຶມ(ອັພພາກຸຕິໂກ) ມີພຣະພັກເບີກບານ(ອຸຕຕານະມຸໂຂ) ມີປົກກະຕິຕຣັສກ່ອນ...

ພຣະສະມະນະໂຄຕະມະເປັນຜູ້ທີ່ບໍຣິສັທ ໔ ສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...

ເທວະດາແລະມະນຸສທັງຫລາຍເຫລື້ອມໃສໃນພຣະສະມະນະໂຄຕະມະຢ່າງຍິ່ງ...

ພຣະສະມະນະໂຄຕະມະຊົງພຳນັກຢູ່ໃນບ້ານຫລືນິຄົມໃດ ໃນບ້ານຫລືນິຄົມນັ້ນ ອະມະນຸສບໍ່ບຽດບຽນມະນຸສ...

ພຣະສະມະນະໂຄຕະມະຊົງເປັນເຈົ້າໝູ່ ເຈົ້າຄະນະ ແລະຊົງເປັນຄະນາຈາຣຍ໌ ໄດ້ຮັບຍົກຍ້ອງວ່າ ເປັນຍອດຂອງເຈົ້າລັທທິທັງຫລາຍ ສະມະນະພຣາມນ໌ເຫລົ່ານີ້ຮຸ່ງເຮືອງຍົສດ້ວຍປະກາຣໃດໆ ແຕ່ພຣະສະມະນະໂຄຕະມະບໍ່ເປັນຢ່າງນັ້ນ ທີ່ແທ້ ພຣະສະມະນະໂຄຕະມະຮຸ່ງເຮືອງພຣະຍົສດ້ວຍວິຊຊາແລະຈະຣະນະສົມບັຕອັນຍອດຢ້ຽມ...

ພຣະເຈົ້າພິມພິສາຣຈອມເສນາມະຄະຣາຊ ພ້ອມທັງພຣະໂອຣົສແລະພຣະຊາຍາ ທັງຣາຊະບໍຣິສັທ ແລະອະມາຕຍ໌ ຊົງມອບຊີວິຕເຖິງພຣະສະມະນະໂຄຕະມະເປັນສະຣະນະ...

ພຣະເຈົ້າປະເສນທິໂກສົລ ພ້ອມທັງພຣະໂອຣົສແລະພຣະຊາຍາ ທັງຣາຊະບໍຣິສັທ ແລະອະມາຕຍ໌ ຊົງມອບຊີວິຕເຖິງພຣະສະມະນະໂຄຕະມະເປັນສະຣະນະ...

ພຣາມນ໌ໂປກຂະຣະສາຕິພ້ອມທັງບຸຕແລະພະຣິຍາ ທັງບໍຣິສັທແລະອະມາຕຍ໌ ມອບຊີວິຕເຖິງພຣະສະມະນະໂຄຕະມະເປັນສະຣະນະ...

ພຣະສະມະນະໂຄຕະມະເປັນຜູ້ອັນພຣະເຈົ້າພິມພິສາຣຈອມເສນາມະຄະຣາຊຊົງສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...

ພຣະສະມະນະໂຄຕະມະເປັນຜູ້ອັນພຣະເຈົ້າປະເສນທິໂກສົລຊົງສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...

ພຣະສະມະນະໂຄຕະມະເປັນຜູ້ອັນພຣາມນ໌ໂປກຂະຣະສາຕິສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...

ພຣະສະມະນະໂຄຕະມະສະເດັຈເຖິງນະຄອຣຈັມປາ ປະທັບຢູ່ທີ່ຂອບສະໂບກຂະຣະນີຄັຄຄຣາໃນຈັມປານະຄອຣ.

ທ່ານທັງຫລາຍ! ສະມະນະຫລືພຣາມນ໌ເຫລົ່າໃດເຫລົ່າໜຶ່ງມາສູ່ເຂຕບ້ານຂອງເຮົາ ທ່ານເຫລົ່ານັ້ນຈັດວ່າເປັນແຂກຂອງເຮົາ ແລະເປັນແຂກທີ່ເຮົາຄວນສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ. ພຣະສະມະນະໂຄຕະມະສະເດັຈມາເຖິງນະຄອຣຈັມປາ ປະທັບຢູ່ທີ່ຂອບສະໂບກຂະຣະນີຄັຄຄຣາໃນນະຄອຣຈັມປາ ພຣະອົງຄ໌ກໍຊົງເປັນແຂກຂອງພວກເຮົາ ແລະເປັນແຂກທີ່ພວກເຮົາຄວນສັກກາຣະ ເຄົາຣົພ ນັບຖື ນອບນ້ອມ ເພາະເຫຕນັ້ນແຫລະ ພຣະອົງຄ໌ຈຶ່ງບໍ່ຄວນສະເດັຈມາຫາເຮົາ ທີ່ຖືກຕ້ອງ ເຮົາຕ່າງຫາກຄວນຈະໄປເຝົ້າພຣະອົງຄ໌. ຂ້າພະເຈົ້າຊາບພຣະຄຸນຂອງພຣະອົງຄ໌ພຽງເທົ່ານີ້ ແຕ່ທ່ານພຣະໂຄຕະມະບໍ່ແມ່ນມີຄຸນພຽງເທົ່ານີ້ ຄວາມຈິງ ພຣະອົງຄ໌ມີພຣະຄຸນຫາປະມານບໍ່ໄດ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ