ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນພຣົມມະກາຍິກາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຍິກາ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຍິກາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ ເປັນຂອງຜູ້ປາສະຈາກຣາຄະ ບໍ່ແມ່ນຂອງຜູ້ມີຣາຄະ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕປາສະຈາກຣາຄະ.

ພິກຂຸທັງຫລາຍ! ເຫຕເກີດຂຶ້ນແຫ່ງທານ ໘ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

໒໓/໑໘໖/໑໒໕

ສີລແລະຄວາມເຫັນຕົງເປັນເບື້ອງຕົ້ນ

ແຫ່ງກຸສົລທັມ

ຄັ້ງນັ້ນ ທ່ານພຣະພາຫິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ຂໍພຣະຜູ້ມີພຣະພາຄໂປດຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່.

ພຣະຜູ້ມີພຣະພາຄຕຣັສວ່າ:

ພາຫິຍະ! ເພາະສະນັ້ນ ເຈົ້າຈົ່ງຊຳຣະເບື້ອງຕົ້ນແຫ່ງກຸສົລທັມໃຫ້ບໍຣິສຸທເສຍກ່ອນ ກໍອັນໃດເປັນເບື້ອງຕົ້ນແຫ່ງກຸສົລທັມ? ຄື ສີລທີ່ບໍຣິສຸທດີ ແລະຄວາມເຫັນຕົງ.

ພາຫິຍະ! ເມື່ອໃດແລ ສີລຂອງເຈົ້າບໍຣິສຸທດີ ແລະຄວາມເຫັນຂອງເຈົ້າຕົງ ເມື່ອນັ້ນ ເຈົ້າຈົ່ງອາສັຍສີລ ຕັ້ງໝັ້ນໃນສີລ ແລ້ວຈະເຣີນສະຕິປັຕຖານ ໔,

ສະຕິປັຕຖານ ໔ ເປັນຢ່າງໃດ?

ພາຫິຍະ! ເຈົ້າຈົ່ງພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກເສຍ;

ຈົ່ງພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກເສຍ;

ຈົ່ງພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກເສຍ;

ຈົ່ງພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກເສຍ.

ພາຫິຍະ! ເມື່ອໃດ ເຈົ້າອາສັຍສີລ ຕັ້ງໝັ້ນຢູ່ໃນສີລແລ້ວ ຈະເຣີນສະຕິປັຕຖານ ໔ ເຫລົ່ານີ້ຢ່າງນີ້ ເມື່ອນັ້ນ ເຈົ້າຍ່ອມຫວັງຄວາມຈະເຣີນໃນກຸສົລທັມທັງຫລາຍໄດ້ຕລອດຄືນຫລືວັນທີ່ຈະມາເຖິງ ຍ່ອມບໍ່ມີຄວາມເສື່ອມເລີຍ.

ຄັ້ງນັ້ນ ທ່ານພຣະພາຫິຍະຊື່ນຊົມອະນຸໂມທະນາພຣະພາສິຕຂອງພຣະຜູ້ມີພຣະພາຄແລ້ວ ລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວຫລີກໄປ ທ່ານພຣະພາຫິຍະຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ທ່ານພຣະພາຫິຍະກໍໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ.

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໘໑/໗໔໗

ສີລະສັມປະທາເປັນນິມິຕ

ແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘

ພິກຂຸທັງຫລາຍ! ເມື່ອດວງອາທິຕຈະຂຶ້ນ ສິ່ງທີ່ມາກ່ອນ ເປັນນິມິຕໃຫ້ເຫັນກ່ອນຄື ແສງອະຣຸນ ສັນໃດ; ຄວາມເຖິງພ້ອມດ້ວຍສີລ ກໍເປັນຕົວນຳ ເປັນບຸພພະນິມິຕເພື່ອຄວາມເກີດຂຶ້ນແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ສັນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ