ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນອຸປປາຕິກະບາງພວກຮັກສາອຸໂປສົຖ
ທີ່ພຣະນະຄອຣສາວັຕຖີ. ພິກຂຸອົງຄ໌ນັ້ນນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນອຸປປາຕິກະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ດູກ່ອນພິກຂຸ! ນາຄບາງພວກທີ່ເປັນອຸປປາຕິກະໃນໂລກນີ້ ມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນພວກເຮົາເປັນຜູ້ກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອພວກເຮົາກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອແຕກກາຍຕາຍໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄທີ່ເປັນອຸປປາຕິກະ ຖ້າວັນນີ້ພວກເຮົາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ເມື່ອເປັນຢ່າງນີ້ ເມື່ອແຕກກາຍຕາຍໄປ ພວກເຮົາຈະເຂົ້າເຖິງສຸຄະຕິໂລກສວັນ. ເຊີນພວກເຮົາມາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕເສຍເຖີດໃນບັດນີ້.
ດູກ່ອນພິກຂຸ! ຂໍ້ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນອຸປປາຕິກະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້.
ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໗໒/໕໒໔
ເຣື່ອງນາຄແປງກາຍເປັນມະນຸສມາບວຊ ພຣະຜູ້ມີພຣະພາຄຊົງຕຣັສບອກນາຄນັ້ນໃຫ້ໄປຮັກສາອຸໂປສົຖ ດ້ວຍວິທີນີ້ ຈັກພົ້ນຈາກກຳເນີດນາຄ ແລະຈັກໄດ້ອັຕຕະພາບຄວາມເປັນມະນຸສຢ່າງວ່ອງໄວ
ໃນສມັຍນັ້ນ ນາຄໂຕໜຶ່ງອຶດອັດ ຣະອາ ກຽດຊັງກຳເນີດນາຄ ນາຄນັ້ນຈຶ່ງໄດ້ມີຄວາມດຳຣິວ່າ ດ້ວຍວິທີໃດໜໍ ເຮົາຈຶ່ງຈະພົ້ນຈາກກຳເນີດນາຄ ແລະກັບໄດ້ອັຕຕະພາບຄວາມເປັນມະນຸສຢ່າງວ່ອງໄວ. ຄັນແລ້ວໄດ້ດຳຣິຕໍ່ໄປວ່າ ພຣະສະມະນະເຊື້ອ ສາຍພຣະສາກະຍະບຸຕເຫລົ່ານີ້ແລ ເປັນຜູ້ປະພຶຕທັມ ປະພຶຕ ສງົບ ປະພຶຕພຣົມມະຈັນຍ໌ ກ່າວແຕ່ຄຳສັຈ ມີສີລ ມີກັລຍານະທັມ ຫາກເຮົາບວຊໃນສຳນັກຂອງພຣະສະມະນະເຊື້ອສາຍ ພຣະສາກະຍະບຸຕ ດ້ວຍວິທີເຊັ່ນນີ້ ເຮົາກໍຈະພົ້ນຈາກກຳເນີດນາຄ ແລະກັບໄດ້ອັຕຕະພາບຄວາມເປັນມະນຸສຢ່າງວ່ອງໄວ. ຄັນແລ້ວ ນາຄນັ້ນຈຶ່ງແປງກາຍເປັນຊາຍໜຸ່ມ ແລ້ວເຂົ້າໄປຫາພິກຂຸທັງຫລາຍຂໍບັນພະຊາ ພິກຂຸທັງຫລາຍຈຶ່ງໃຫ້ເຂົາບັນພະຊາອຸປະສົມບົທ.
ສມັຍຕໍ່ມາ ພຣະນາຄນັ້ນອາສັຍຢູ່ໃນວິຫາຣສຸດເຂຕກັບພິກຂຸອົງຄ໌ໜຶ່ງ ຄັນປັຈຈຸສສມັຍແຫ່ງຣາຕຣີ ພິກຂຸອົງຄ໌ນັ້ນຕື່ນນອນແລ້ວ ອອກໄປເດີນຈົງກົມຢູ່ໃນທີ່ແຈ້ງ ຄັນພິກຂຸອົງຄ໌ນັ້ນອອກໄປແລ້ວ ພຣະນາຄນັ້ນຈຶ່ງວາງໃຈນອນຫລັບ, ວິຫາຣທັງຫລັງເຕັມໄປດ້ວຍງູ(ສັພໂພ ວິຫາໂຣ ອະຫິນາ ປຸນໂນ), ຂນົດຍື່ນອອກໄປທາງໜ້າຕ່າງ ຄັນພິກຂຸອົງຄ໌ນັ້ນຜລັກບານປະຕູດ້ວຍຕັ້ງໃຈວ່າຈັກເຂົ້າວິຫາຣ ໄດ້ເຫັນວິຫາຣທັງຫລັງເຕັມໄປດ້ວຍງູ ເຫັນຂນົດຍື່ນອອກໄປທາງໜ້າຕ່າງ ກໍຕົກໃຈ ຈຶ່ງຮ້ອງເອະອະຂຶ້ນ.
ພິກຂຸທັງຫລາຍພາກັນແລ່ນເຂົ້າໄປແລ້ວໄດ້ຖາມພິກຂຸອົງຄ໌ນັ້ນວ່າ ອາວຸໂສ ທ່ານຮ້ອງເອະອະເຮັດຫຍັງ?
ພິກຂຸອົງຄ໌ນັ້ນບອກວ່າ ອາວຸໂສທັງຫລາຍ ວິຫາຣນີ້ທັງຫລັງເຕັມໄປດ້ວຍງູ ຂນົດຍື່ນອອກໄປທາງໜ້າຕ່າງ.
ຂະນະນັ້ນ ພຣະນາຄນັ້ນໄດ້ຕື່ນຂຶ້ນເພາະສຽງນັ້ນ ແລ້ວນັ່ງຢູ່ເທິງອາສະນະຂອງຕົນ.
ພິກຂຸທັງຫລາຍຖາມວ່າ ອາວຸໂສ ທ່ານເປັນໃຜ?
ຂ້ານ້ອຍເປັນນາຄ ຂ້ານ້ອຍ!
ອາວຸໂສ! ທ່ານໄດ້ກະທຳເຊັ່ນນີ້ເພື່ອປະສົງອັນໃດ?
ພຣະນາຄນັ້ນຈຶ່ງແຈ້ງເນື້ອຄວາມນັ້ນແກ່ພິກຂຸທັງຫລາຍ.
ພິກຂຸທັງຫລາຍກຣາບທູລເຣື່ອງນັ້ນແດ່ພຣະຜູ້ມີພຣະພາຄ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສສັ່ງໃຫ້ປະຊຸມສົງຄ໌ໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕແຣກເກີດນັ້ນ ແລ້ວໄດ້ຊົງປະທານພຣະພຸທໂທວາທນີ້ແກ່ນາຄນັ້ນວ່າ:
“ພວກເຈົ້າເປັນນາຄ ມີຄວາມບໍ່ງອກງາມໃນທັມວິນັຍນີ້ເປັນທັມມະດາ ໄປເຖີດເຈົ້ານາຄ ຈົ່ງໄປຮັກສາອຸໂປສົຖໃນດິຖີທີ ໑໔, ດິຖີທີ ໑໕ ແລະດິຖີທີ ໘ ແຫ່ງປັກຂ໌ ດ້ວຍວິທີນີ້ແລ ເຈົ້າຈັກພົ້ນຈາກກຳເນີດນາຄ ແລະຈັກໄດ້ອັຕຕະພາບຄວາມເປັນມະນຸສຢ່າງວ່ອງໄວ.”
ຄັນນາຄນັ້ນໄດ້ຊາບວ່າ ຕົນມີຄວາມບໍ່ງອກງາມໃນທັມວິນັຍນີ້ເປັນທັມມະດາ ກໍເສຍໃຈຫລັ່ງນ້ຳຕາ ສົ່ງສຽງດັງແລ້ວຫລີກໄປ.








