ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ລຳດັບນັ້ນ ພຣະຜູ້ມີພຣະພາຄສະເດັຈເຂົ້າໄປປະທັບແຮມຣາຕຣີໜຶ່ງໃນພຣະສຳນັກຫລວງ ໃນພຣະຣາຊະອຸທະຍານອັມພະລັຕຖິກາພ້ອມດ້ວຍພິກຂຸສົງຄ໌ ແມ່ນແຕ່ສຸປປິຍະປະຣິພາຊົກກໍໄດ້ເຂົ້າພັກແຮມຣາຕຣີໜຶ່ງໃກ້ພຣະສຳນັກຫລວງໃນພຣະຣາຊະອຸທະຍານອັມພະລັຕຖິກາກັບພຣົມມະທັຕຕະມານົບຜູ້ເປັນສິຕ ໄດ້ຍິນວ່າແມ່ນແຕ່ໃນທີ່ນັ້ນ ສຸປປິຍະປະຣິພາຊົກກໍກ່າວຕິຕຽນພຣະພຸທທະເຈົ້າ ຕິຕຽນພຣະທັມ ຕິຕຽນພຣະສົງຄ໌ ໂດຍອະເນກປະຣິຍາຍ ສ່ວນພຣົມມະທັຕຕະມານົບອັນເປັນເຕວາສິກຂອງສຸປປິຍະປະຣິພາຊົກ ກໍກ່າວສັນລະເສີນພຣະພຸທທະເຈົ້າ ສັນລະເສີນພຣະທັມ ສັນລະເສີນພຣະສົງຄ໌ ໂດຍອະເນກປະຣິຍາຍ ອາຈາຣຍ໌ແລະສິຕທັງສອງນັ້ນ ມີຖ້ອຍຄຳອັນເປັນຂ້າເສິກແກ່ກັນໂດຍກົງຢ່າງນີ້.
ຄັ້ງນັ້ນ ພິກຂຸຫລາຍອົງຄ໌ລຸກຂຶ້ນໃນເວລາໃກ້ແຈ້ງ ນັ່ງປະຊຸມກັນຢູ່ໃນສາລານັ່ງຫລິ້ນ ເກີດສົນທະນາກັນວ່າ ທ່ານທັງຫລາຍ ພຣະຜູ້ມີພຣະພາຄຜູ້ຊົງຮູ້ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະພຣະອົງຄ໌ນັ້ນ ຊົງຊາບຄວາມທີ່ໝູ່ສັຕມີອັທທະຍາສັຍຕ່າງໆກັນໄດ້ເປັນຢ່າງດີນີ້ ໜ້າອັສສະຈັນຍ໌ຫລາຍ ບໍ່ເຄີຍມີມາ ຄວາມຈິງສຸປປິຍະປະຣິພາຊົກຜູ້ນີ້ກ່າວຕິຕຽນພຣະພຸທທະເຈົ້າ ຕິຕຽນພຣະທັມ ຕິຕຽນພຣະສົງຄ໌ ໂດຍອະເນກປະຣິຍາຍ ສ່ວນພຣົມມະທັຕຕະມານົບອັນເປັນເຕວາສິກຂອງສຸປປິຍະປະຣິພາຊົກ ກ່າວສັນລະເສີນພຣະພຸທທະເຈົ້າ ສັນລະເສີນພຣະທັມ ສັນລະເສີນພຣະສົງຄ໌ ໂດຍອະເນກປະຣິຍາຍ ອາຈາຣຍ໌ແລະສິຕທັງສອງນັ້ນ ມີຖ້ອຍຄຳອັນເປັນຂ້າເສິກແກ່ກັນໂດຍກົງຢ່າງນີ້ ເດີນຕາມພຣະຜູ້ມີພຣະພາຄແລະພິກຂຸສົງຄ໌ໄປຂ້າງຫລັງໆ.
ລຳດັບນັ້ນແລ ພຣະຜູ້ມີພຣະພາຄຊົງຊາບຄຳສົນທະນາຂອງພິກຂຸເຫລົ່ານັ້ນແລ້ວ ສະເດັຈໄປຍັງສາລານັ່ງຫລິ້ນ ປະທັບໃນອາສະນະທີ່ເຂົາຈັດຖວາຍ ແລ້ວຕຣັສຖາມພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ບັດນີ້ພວກເຈົ້າທັງຫລາຍນັ່ງປະຊຸມສົນທະນາອັນໃດກັນ ແລະເຣື່ອງອັນໃດທີ່ພວກເຈົ້າເວົ້າຄ້າງໄວ້?
ເມື່ອຕຣັສຖາມຢ່າງນີ້ແລ້ວ ພິກຂຸເຫລົ່ານັ້ນໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໃນທີ່ນີ້ ເມື່ອພວກຂ້ານ້ອຍລຸກຂຶ້ນໃນເວລາໃກ້ແຈ້ງ ນັ່ງປະຊຸມກັນຢູ່ໃນສາລານັ່ງຫລິ້ນ ເກີດສົນທະນາກັນວ່າ ທ່ານທັງຫລາຍ ພຣະຜູ້ມີພຣະພາຄຜູ້ຊົງຮູ້ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະພຣະອົງຄ໌ນັ້ນ ຊົງຊາບຄວາມທີ່ໝູ່ສັຕມີອັທທະຍາສັຍຕ່າງໆກັນໄດ້ເປັນຢ່າງດີນີ້ ໜ້າອັສສະຈັນຍ໌ຫລາຍ ບໍ່ເຄີຍມີມາ ຄວາມຈິງສຸປປິຍະປະຣິພາຊົກຜູ້ນີ້ກ່າວຕິຕຽນພຣະພຸທທະເຈົ້າ ຕິຕຽນພຣະທັມ ຕິຕຽນພຣະສົງຄ໌ ໂດຍອະເນກປະຣິຍາຍ ສ່ວນພຣົມມະທັຕຕະມານົບອັນເປັນເຕວາສິກຂອງສຸປປິຍະປະຣິພາຊົກ ກ່າວສັນລະເສີນພຣະພຸທທະເຈົ້າ ສັນລະເສີນພຣະທັມ ສັນລະເສີນພຣະສົງຄ໌ ໂດຍອະເນກປະຣິຍາຍ ອາຈາຣຍ໌ແລະສິຕທັງສອງນັ້ນ ມີຖ້ອຍຄຳອັນເປັນຂ້າເສິກແກ່ກັນໂດຍກົງຢ່າງນີ້ ເດີນຕາມພຣະຜູ້ມີພຣະພາຄແລະພິກຂຸສົງຄ໌ໄປຂ້າງຫລັງໆ ພຣະອົງຄ໌ຜູ້ຈະເຣີນ ເຣື່ອງນີ້ແລທີ່ພວກຂ້ານ້ອຍທັງຫລາຍເວົ້າຄ້າງໄວ້ ພໍດີພຣະອົງຄ໌ສະເດັຈມາເຖິງ.
ພິກຂຸທັງຫລາຍ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງຄ໌ກໍຕາມ ພວກເຈົ້າທັງຫລາຍບໍ່ຄວນອາຄາຕ ບໍ່ຄວນໂທມະນັສນ້ອຍໃຈ ບໍ່ຄວນແຄ້ນເຄືອງໃຈໃນຄົນເຫລົ່ານັ້ນ; ຖ້າພວກເຈົ້າທັງຫລາຍແຄ້ນເຄືອງຫລືມີໂທມະນັສນ້ອຍໃຈໃນຄົນເຫລົ່ານັ້ນ ອັນຕະລາຍຈະມີແກ່ພວກເຈົ້າທັງຫລາຍເພາະເຫຕນັ້ນ.
ພິກຂຸທັງຫລາຍ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງຄ໌ ຖ້າພວກເຈົ້າທັງຫລາຍແຄ້ນເຄືອງຫລືມີໂທມະນັສນ້ອຍໃຈໃນຄົນເຫລົ່ານັ້ນ ພວກເຈົ້າທັງຫລາຍຈະຮູ້ຄຳທີ່ເຂົາເວົ້າຖືກ ຫລືຄຳທີ່ເຂົາເວົ້າຜິດໄດ້ຫລືໜໍ?
ພິກຂຸທັງຫລາຍກຣາບທູລວ່າ:
ຂໍ້ນັ້ນເປັນໄປບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງຄ໌ ໃນຄຳທີ່ເຂົາກ່າວຕຳນິນັ້ນ ຄຳທີ່ບໍ່ຈິງ ພວກເຈົ້າທັງຫລາຍຄວນແກ້ໃຫ້ເຫັນໂດຍຄວາມບໍ່ເປັນຈິງວ່າ ນັ້ນບໍ່ຈິງ ເພາະເຫຕນີ້ ນັ້ນບໍ່ແທ້ ເພາະເຫຕນີ້ ນັ້ນກໍບໍ່ມີໃນເຮົາທັງຫລາຍ ແລະຄຳນັ້ນຫາບໍ່ໄດ້ໃນເຮົາທັງຫລາຍ.








