ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ປຸນນະ! ທັມມາຣົມທີ່ຮູ້ໄດ້ດ້ວຍໃຈ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນທັມມາຣົມນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນທັມມາຣົມນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.
ປຸນນະ! ຣູປທີ່ຮູ້ໄດ້ດ້ວຍຕາ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນຣູປນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນຣູປນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ສຽງທີ່ຮູ້ໄດ້ດ້ວຍໂສຕະ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນສຽງນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນສຽງນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ກິ່ນທີ່ຮູ້ໄດ້ດ້ວຍຄານະ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນກິ່ນນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນກິ່ນນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ຣົສທີ່ຮູ້ໄດ້ດ້ວຍຊິວຫາ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນຣົສນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນຣົສນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ໂຜຕຖັພພະທີ່ຮູ້ໄດ້ດ້ວຍກາຍ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນໂຜຕຖັພພະນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນໂຜຕຖັພພະນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ທັມມາຣົມທີ່ຮູ້ໄດ້ດ້ວຍໃຈ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນທັມມາຣົມນັ້ນ ນັນທິຂອງຜູ້ບໍ່ເພີດເພີນ ບໍ່ພ່ຳສັນລະເສີນ ບໍ່ຫລົງມົວເມົາໃນທັມມາຣົມນັ້ນ ຍ່ອມດັບໄປ ເຮົາກ່າວວ່າ ທຸກຂ໌ດັບນະ ປຸນນະ.
ປຸນນະ! ເມື່ອເຮົາໄດ້ກ່າວສອນເຈົ້າດ້ວຍໂອວາທອັນຫຍໍ້ໆນີ້ແລ້ວ ເຈົ້າຈະໄປຢູ່ໃນຊົນບົທໃດ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເມື່ອພຣະຜູ້ມີພຣະພາຄຊົງກ່າວສອນດ້ວຍໂອວາທຫຍໍ້ໆນີ້ແລ້ວ ຂ້ານ້ອຍຈະໄປອາສັຍຢູ່ທີ່ສຸນາປະຣັນຕະຊົນບົທ.
ປຸນນະ! ພວກມະນຸສຊາວສຸນາປະຣັນຕະຊົນບົທນັ້ນໂຫດຮ້າຍຫຍາບຄາຍຫລາຍ ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທດ່າວ່າ ບໍຣິພາສເຈົ້າ ເຈົ້າຈັກມີຄວາມຄິດຢ່າງໃດໃນໝູ່ມະນຸສພວກນັ້ນ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທດ່າວ່າ ບໍຣິພາສຂ້ານ້ອຍ ຂ້ານ້ອຍຈັກມີຄວາມຄິດຢ່າງນີ້ວ່າ ຍັງດີໜໍ ທີ່ພວກມະນຸສຊາວສຸນາປະຣັນຕະຊົນບົທນີ້ບໍ່ປະຫານເຮົາດ້ວຍຝາມື.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.
ປຸນນະ! ກໍຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານເຈົ້າດ້ວຍຝາມື ເຈົ້າຈັກມີຄວາມຄິດຢ່າງໃດກັບມະນຸສພວກນັ້ນ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານຂ້ານ້ອຍດ້ວຍຝາມື ຂ້ານ້ອຍຈັກມີຄວາມຄິດໃນພວກເຂົາຢ່າງນີ້ວ່າ ຍັງດີໜໍ ທີ່ພວກມະນຸສຊາວສຸນາປະຣັນຕະຊົນບົທບໍ່ປະຫານເຮົາດ້ວຍກ້ອນດິນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.








