ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະ ຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພິກຂຸ! ເມື່ອໃດເຈົ້າຈະເຣີນສະມາທິນີ້ຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນ ເຈົ້າຈະເດີນໄປໃນທີ່ໃດໆ ກໍຈັກເດີນເປັນສຸຂໃນທີ່ນັ້ນໆ, ຢືນຢູ່ໃນທີ່ໃດໆ ກໍຈັກຢືນເປັນສຸຂໃນທີ່ນັ້ນໆ, ນັ່ງຢູ່ໃນທີ່ໃດໆ ກໍຈັກນັ່ງເປັນສຸຂໃນທີ່ນັ້ນໆ, ນອນຢູ່ໃນທີ່ໃດໆ ກໍຈັກນອນເປັນສຸຂໃນທີ່ນັ້ນໆ.

ຄັ້ງນັ້ນແລ ພິກຂຸອົງຄ໌ນັ້ນ ອັນພຣະຜູ້ມີພຣະພາຄຕຣັສສອນດ້ວຍພຣະໂອວາທນີ້ແລ້ວ ລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວຫລີກໄປ ພິກຂຸນັ້ນຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕຜູ້ອອກບວດເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣນັ້ນ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ແລະພິກຂຸອົງຄ໌ນັ້ນກໍໄດ້ເປັນພຣະອະຣະຫັນຕ໌ອົງຄ໌ ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໓໘/໑໖໐

ເມຕຕາເຈໂຕວິມຸຕມີອັນໃດເປັນຢ່າງຍິ່ງ?

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວໂກລິຍະຊື່ ຫລິທທະວະສັນນະ ໃນໂກລິຍະຊົນບົທ. ຄັ້ງນັ້ນ ພິກຂຸຫລາຍອົງຄ໌ດ້ວຍກັນ ເວລາເຊົ້າ ນຸ່ງແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຫລິທທະວະສັນນະນິຄົມ ຄັ້ງນັ້ນ ພິກຂຸເຫລົ່ານັ້ນມີຄວາມດຳຣິວ່າ ເວລານີ້ຍັງເຊົ້າຫລາຍທີ່ຈະທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກເຖີດ.

ຄັ້ງນັ້ນ ພິກຂຸເຫລົ່ານັ້ນໄດ້ເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກ ໄດ້ປາສັຍກັບພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນຜ່ານກາຣປາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈິ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພວກອັນຍະເດຍຣະຖີປະຣິພາຊົກໄດ້ເວົ້າກັບພິກຂຸເຫລົ່ານັ້ນວ່າ:

ອາວຸໂສທັງຫລາຍ! ພຣະສະມະນະໂຄດົມສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ