ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຈົ່ງມີໃຈປະກອບດ້ວຍອຸເປກຂາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ແມ່ນແຕ່ພວກເຮົາກໍສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ອາວຸໂສທັງຫລາຍ ທ່ານທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍອຸເປກຂາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ໃນກາຣສະແດງທັມຂອງພວກເຮົານີ້ ອັນໃດເປັນຄວາມແປກກັນ ອັນໃດເປັນປະໂຍຊນ໌ອັນຍິ່ງ ອັນໃດເປັນຄວາມແຕກຕ່າງກັນລະຫວ່າງທັມມະເທສນາຂອງພວກເຮົາກັບທັມມະເທສນາຂອງພຣະສະມະນະໂຄດົມ ຫລືອະນຸສາສນີຂອງພວກເຮົາກັບອະນຸສາສນີຂອງພຣະສະມະນະໂຄດົມ?

ຄັ້ງນັ້ນ ພິກຂຸເຫລົ່ານັ້ນບໍ່ຊື່ນຊົມ ບໍ່ຄັດຄ້ານຄຳເວົ້າຂອງພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນແລ້ວລຸກຈາກອາສະນະຫລີກໄປດ້ວຍຕັ້ງໃຈວ່າ ເຮົາທັງຫລາຍຈັກຊາບເນື້ອຄວາມແຫ່ງຄຳເວົ້ານີ້ໃນສຳນັກຂອງພຣະຜູ້ມີພຣະພາຄ.

ຄັ້ງນັ້ນ ພິກຂຸເຫລົ່ານັ້ນ ຄັນທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ເວລາປັຈສາພັຕ ກັບຈາກບິນທະບາຕແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ເມື່ອເຊົ້ານີ້ ພວກຂ້ານ້ອຍທັງຫລາຍນຸ່ງແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຫລິທທະວະສັນນະນິຄົມ ຄັ້ງນັ້ນ ພວກຂ້ານ້ອຍທັງຫລາຍໄດ້ມີຄວາມດຳຣິວ່າ ເວລານີ້ຍັງເຊົ້າຫລາຍທີ່ຈະທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກເຖີດ.

ຄັ້ງນັ້ນ ພວກຂ້ານ້ອຍທັງຫລາຍເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກ ໄດ້ປາສັຍກັບພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນຜ່ານກາຣປາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈິ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພວກອັນຍະເດຍຣະຖີປະຣິພາຊົກໄດ້ເວົ້າກັບພວກຂ້ານ້ອຍທັງຫລາຍວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ