ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນໃສ່ໃຈໃນໂອວາທທີ່ສະແດງກາຣປຽບດ້ວຍເລື່ອຍນີ້ຢູ່ເນື່ອງໆເຖີດ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນທາງແຫ່ງຖ້ອຍຄຳທີ່ມີໂທສໜ້ອຍຫລືໂທສຫລາຍທີ່ພວກເຈົ້າທັງຫລາຍຈະອົດກັ້ນບໍ່ໄດ້ຫລືບໍ່?
ບໍ່ເຫັນ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນໃສ່ໃຈໃນໂອວາທທີ່ສະແດງກາຣປຽບດ້ວຍເລື່ອຍນີ້ຢູ່ເນື່ອງໆເຖີດ ຂໍ້ນັ້ນຈັກເປັນປະໂຍຊນ໌ແລະຄວາມສຸຂແກ່ພວກເຈົ້າທັງຫລາຍສິ້ນກາລະນານ.
ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໙-໑໘໐/໒໗໒-໒໗໓
ພິກຂຸທັງຫລາຍ ຖ້າພິກຂຸຈະເຣີນເມຕຕາຈິຕ ພຽງຊົ່ວຂະນະກາຣດີດນິ້ວມື ພິກຂຸນັ້ນ ເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ ກະທຳຕາມຄຳສອນຂອງພຣະສາສດາ ປະຕິບັຕຕາມໂອວາທ ບໍ່ສັນບິນທະບາຕຂອງຊາວແວ່ນແຄວ້ນໃຫ້ເປົ່າປະໂຍຊນ໌ ຈະກ່າວເຖິງຫຍັງເຊິ່ງຜູ້ທີ່ກະທຳໃຫ້ຫລາຍເຊິ່ງເມຕຕາຈິຕນັ້ນ.
ອັງຄຸຕຕະຣະນິກາຍ ເອ-ທຸກ-ຕິກນິບາຕ ໒໐/໙/໕໕
ວາຈາທີ່ກ່າວດ້ວຍເມຕຕາເປັນວາຈາສຸພາສິຕ
ພິກຂຸທັງຫລາຍ! ວາຈາປະກອບດ້ວຍອົງຄ໌ ໕ ປະກາຣ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸພພາສິຕ ແລະເປັນວາຈາທີ່ບໍ່ມີໂທສ ອັນວິນຍູຊົນບໍ່ຕິຕຽນ ອົງຄ໌ ໕ ປະກາຣເປັນຢ່າງໃດ? ຄື:
ເປັນວາຈາທີ່ກ່າວຖືກກາລ
(ກາເລນະ ຈະ ພາສິຕາ ໂຫຕິ)
ເປັນວາຈາທີ່ກ່າວຕາມຄວາມເປັນຈິງ
(ສັຈຈາ ຈະ ພາສິຕາ ໂຫຕິ)
ເປັນວາຈາທີ່ກ່າວດ້ວຍຄວາມອ່ອນຫວານ
(ສັນຫາ ຈະ ພາສິຕາ ໂຫຕິ)
ເປັນວາຈາທີ່ປະກອບດ້ວຍປະໂຍຊນ໌
(ອັຕຖະສັນຫິຕາ ຈະ ພາສິຕາ ໂຫຕິ)
ເປັນວາຈາທີ່ກ່າວດ້ວຍເມຕຕາຈິຕ
(ເມຕຕະຈິຕເຕນະ ຈະ ພາສິຕາ ໂຫຕິ)
ພິກຂຸທັງຫລາຍ! ວາຈາປະກອບດ້ວຍອົງຄ໌ ໕ ປະກາຣນີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸພພາສິຕ ແລະ ເປັນວາຈາທີ່ບໍ່ມີໂທສ ອັນວິນຍູຊົນບໍ່ຕິຕຽນ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໑໖/໑໙໘
ກາຣເສພ ກາຣຈະເຣີນ ກາຣໃສ່ໃຈເຊິ່ງ
ເມຕຕາຈິຕຍ່ອມຢູ່ບໍ່ເຫີນຫ່າງຈາກຊານ
ພິກຂຸທັງຫລາຍ! ຖ້າພິກຂຸເສພເຊິ່ງເມຕຕາຈິຕພຽງຊົ່ວຂະນະກາຣດີດນິ້ວມື (ອັຈສະຣາສັງຄາຕະມັຕຕັງປິ ເຈ ພິກຂະເວ ພິກຂຸ ເມຕຕະຈິຕຕັງ ອາເສວະຕິ) ພິກຂຸນັ້ນເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ ກະທຳຕາມຄຳສອນຂອງພຣະສາສດາ ປະຕິບັຕຕາມໂອວາທ ບໍ່ສັນບິນທະບາຕຂອງຊາວແວ່ນແຄວ້ນໃຫ້ເປົ່າປະໂຍຊນ໌ ຈະກ່າວເຖິງຫຍັງເຊິ່ງຜູ້ທີ່ກະທຳໃຫ້ຫລາຍເຊິ່ງເມຕຕາຈິຕນັ້ນ.
ພິກຂຸທັງຫລາຍ! ຖ້າພິກຂຸຈະເຣີນເຊິ່ງເມຕຕາຈິຕພຽງຊົ່ວຂະນະກາຣດີດນິ້ວມື ພິກຂຸນັ້ນເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ ກະທຳຕາມຄຳສອນຂອງພຣະສາສດາ ປະຕິບັຕຕາມໂອວາທ ບໍ່ສັນບິນທະບາຕຂອງຊາວແວ່ນແຄວ້ນໃຫ້ເປົ່າປະໂຍຊນ໌ ຈະກ່າວເຖິງຫຍັງເຊິ່ງຜູ້ທີ່ກະທຳໃຫ້ຫລາຍເຊິ່ງເມຕຕາຈິຕນັ້ນ.
ພິກຂຸທັງຫລາຍ! ຖ້າພິກຂຸໃສ່ໃຈເຊິ່ງເມຕຕາຈິຕພຽງຊົ່ວຂະນະກາຣດີດນິ້ວມື ພິກຂຸນັ້ນເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ ກະທຳຕາມຄຳສອນຂອງພຣະສາສດາ ປະຕິບັຕຕາມໂອວາທ ບໍ່ສັນບິນທະບາຕຂອງຊາວແວ່ນແຄວ້ນໃຫ້ເປົ່າປະໂຍຊນ໌ ຈະກ່າວເຖິງຫຍັງເຊິ່ງຜູ້ທີ່ກະທຳໃຫ້ຫລາຍເຊິ່ງເມຕຕາຈິຕນັ້ນ.
ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ໒໐/໘-໙/໕໔-໕໖
ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣ
ບໍ່ຄວນປິ່ນປົວພິກຂຸປ່ວຍ
ພິກຂຸທັງຫລາຍ! ພິກຂຸຜູ້ປິ່ນປົວພິກຂຸປ່ວຍປະກອບດ້ວຍທັມ ໕ ປະກາຣ ບໍ່ຄວນປິ່ນປົວພິກຂຸປ່ວຍ, ໕ ປະກາຣເປັນຢ່າງໃດ?
ພິກຂຸຜູ້ປິ່ນປົວເປັນຜູ້ບໍ່ສາມາດຈັດຢາ.
ເປັນຜູ້ຫວັງອາມິຕຈາກກາຣປິ່ນປົວ.
ເປັນຜູ້ບໍ່ມີເມຕຕາຈິຕໃນກາຣປິ່ນປົວຮັກສາ.
ເປັນຜູ້ລັງກຽດເມື່ອນໍາອອກເຊິ່ງອຸຈຈາຣະ ປັສສາວະ








