ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສ....ນີ້ໄວ້...

- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.

ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດຢ່າງນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັດແລ້ວ ແກ່ພວກເຈົ້າທັງຫຼາຍ ທັມວິນັຍນັ້ນ ຈັກເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.

ອານົນທ໌ ! ໃນກາລບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດເປັນຜູ້ໄຝ່ໃນສິກຂາ ພິກຂຸພວກນັ້ນຈັກເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.

ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸສໃດ ບຸຣຸສນັ້ນຊື່ວ່າ ເປັນບຸຣຸສຄົນສຸດທ້າຍແຫ່ງບຸຣຸສທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາເລີຍ.

- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.

- ບາລີ ມ. ມ. ໑໓/໔໒໗/໔໖໓.

- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ