ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ພິກຂຸທັງຫຼາຍ ຈັກບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ຈັກບໍ່ເລີກຖອນສິ່ງທີ່ບັນຍັດໄວ້ແລ້ວ ຈັກສະມາທານສຶກສາໃນສິກຂາ ບົດທີ່ບັນຍັດໄວ້ແລ້ວຢ່າງເຄັ່ງຄັດ ຢູ່ພຽງໃດ ຄວາມຈະເຣີນກໍເປັນສິ່ງທີ່ພິກຂຸທັງຫຼາຍຫວັງໄດ້ ບໍ່ມີຄວາມເສື່ອມເລີຍ ຢູ່ພຽງນັ້ນ.

- ບາລີ ມຫາ. ທີ. ໑໐/໙໐/໗໐.

ພິກຂຸ ທ.! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ກະທຳມັຄທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ກະທຳມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ກະທຳມັຄທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນມັກຄັນຍູ (ຮູ້ມັຄ) ເປັນມັກຄະວິທູ (ຮູ້ແຈ້ງມັຄ) ເປັນມັກຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ.! ສ່ວນສາວົກທັງຫຼາຍ ໃນກາລນີ້ ເປັນ ມັກຄານຸຄາ (ຜູ້ກ້າວເດີນຕາມມັຄ) ເປັນຜູ້ເດີນຕາມມາໃນພາຍຫຼັງ.

ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມ ມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸຜູ້ປັນຍາວິມຸດ.

- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.

ພິກຂຸທັງຫຼາຍ ! ພວກພິກຂຸໃນທັມວິນັຍນີ້ ຮໍ່າຮຽນສູຕອັນຖືກັນມາຖືກ ດ້ວຍບົດພະຍັນຊະນະທີ່ໃຊ້ກັນຖືກ ຄວາມໝາຍແຫ່ງບົດພະຍັນຊະນະທີ່ໃຊ້ກັນກໍຖືກ ຍ່ອມມີນັຍອັນຖືກຕ້ອງເຊັ່ນດຽວກັນນັ້ນ. ພິກຂຸທັງຫຼາຍ ! ນີ້ເປັນມູລເຫດກໍລະນີທີໜຶ່ງ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ....

ພິກຂຸທັງຫຼາຍ ! ພວກພິກຂຸເຫຼົ່າໃດ ເປັນພະຫຸສູຕ ຄ່ອງແຄ່ວໃນຫຼັກ ພຣະພຸດທະວະຈະນະ ຊົງທັມ ຊົງວິນັຍ ຊົງມາຕິກາ (ແມ່ບົດ) ພວກພິກຂຸເຫຼົ່ານັ້ນ ເອົາໃຈໃສ່ ບອກສອນເນື້ອຄວາມແຫ່ງສູຕທັງຫຼາຍແກ່ຄົນອື່ນໆ ເມື່ອທ່ານເຫຼົ່ານັ້ນລ່ວງລັບໄປ ສູຕທັງຫຼາຍ ກໍບໍ່ຂາດຜູ້ເປັນມູລຮາກ (ອາຈາຣຍ໌) ມີທີ່ອາສັຍສືບກັນຕໍ່ໄປ. ພິກຂຸທັງຫຼາຍ ! ນີ້ເປັນມູລເຫດກໍລະນີທີສາມ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ..

*** ໃນບ່ອນນີ້ໄດຍົກເອົາມາ ໒ ນັຍຍະ ຈາກ ໔ ນັຍຍະ ຂອງມູລເຫດສີ່ປະການ ທີ່ເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ ບໍ່ລືມເລືອນຫາຍຈົນເສື່ອມສູນໄປ.

- ບາລີ ຈຕຸກກ. ອັງ. ໒໑/໑໙໗/໑໖໐.

໑. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ຜູ້ມີອາຍຸ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄ ວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໒. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສຊື່ນັ້ນມີສົງຄ໌ຢູ່ພ້ອມດ້ວຍພຣະເຖຣະ ພ້ອມດ້ວຍປາໂມກຂ໌ ຂ້າພະເຈົ້າໄດ້ສະດັບຮັບຟັງມາສະເພາະໜ້າສົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໓. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ຈໍານວນຫຼາຍ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະເຫຼົ່ານັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໔. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ອົງຄ໌ໜຶ່ງ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະອົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານຄໍາກ່າວຂອງຜູ້ນັ້ນ ຈົ່ງຮຽນບົດແລະພະຍັນຊະນະເຫຼົ່ານັ້ນໃຫ້ດີ ຈົ່ງກຳນົດເນື້ອຄວາມນັ້ນໃຫ້ດີ ແລ້ວນຳໄປສອບສວນໃນສູຕ ນຳໄປທຽບຄຽງເບິ່ງໃນວິນັຍ.

ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍບໍ່ໄດ້ ທຽບຄຽງເຂົ້າໃນວິນັຍກໍບໍ່ໄດ້ ຈົ່ງແນ່ໃຈວ່າ “ນີ້ບໍ່ແມ່ນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແນ່ນອນ. ພິກຂຸຕົນນັ້ນຈື່ຈຳມາຜິດ” ພວກເຈົ້າທັງຫຼາຍຈົ່ງປະຖິ້ມຄຳເຫຼົ່ານັ້ນເສຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ