ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກ ແລ້ວແລຢູ່

ເພາະວິຕົກວິຈາຣລະງັບລົງ ເຂົາເຂົ້າເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່

ເພາະປີຕິຈາງຫາຍໄປ ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກຕົວທົ່ວພ້ອມ ແລະ ໄດ້ສະເຫວີຍສຸຂດ້ວຍນາມກາຍ ຍ່ອມເຂົ້າເຖິງຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ ເປັນຜູ້ເສີຍຢູ່ໄດ້ ມີສະຕິ ມີຄວາມເປັນຢູ່ເປັນປົກກະຕິສຸຂ ແລ້ວແລຢູ່

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະຄວາມດັບຫາຍແຫ່ງໂສມະນັສແລະໂທມະນັສ ໃນກາລກ່ອນ ເຂົາຍ່ອມເຂົ້າເຖິງຊານທີສີ່ ອັນບໍ່ທຸກຂ໌ແລະບໍ່ສຸຂ ມີແຕ່ສະຕິອັນ ບໍຣິສຸດເພາະອຸເປກຂາ ແລ້ວແລຢູ່.

ຄະຣາວາສຊັ້ນເລີດ

ພິກຂຸທັງຫຼາຍ ! ນີ້ຮຽກວ່າ ສັມມາສະມາທິ

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລເຮົາຮຽກວ່າ ອະຣິຍະສັຈ ຄື ຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເປັນທີ່ຮັກ ທີ່ຈະເຣີນໃຈ ທີ່ເຄົາຣົບ ທີ່ຍົກຍ້ອງ

ຂອງເພື່ອນຜູ້ປະພຶດພຣົມມະຈັນດ້ວຍກັນທັງຫຼາຍ” ດັ່ງນີ້ກໍດີ....

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເປັນຜູ້ມີລາບ”...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງອົດທົນໄດ້ຊຶ່ງຄວາມບໍ່ຍີນດີ ແລະຄວາມຍີນດີ...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງອົດທົນຕໍ່ຄວາມຢ້ານກົວໄດ້...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງໄດ້ຕາມຕ້ອງການ ໄດ້ບໍ່ຍາກ ໄດ້ບໍ່ລຳບາກ ຊຶ່ງຊານທັງ ໔...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເປັນໂສດາບັນ...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເປັນສະກະທາຄາມີ...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເປັນໂອປະປາຕິກະ (ອະນາຄາມີ) ດັ່ງນີ້ກໍດີ,...

ພິກຂຸທັງຫຼາຍ ! ຖ້າພິກຂຸຫາກຈຳນົງ ວ່າ

“ເຮົາຈົ່ງເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດ ປັນຍາວິມຸດອັນຫາອາສະວະບໍ່ໄດ້ ເພາະຄວາມສີ້ນໄປແຫ່ງ ອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ

ໃນທິຕຖະທັມນັ້ນ ເຂົ້າເຖິງແລ້ວແລຢູ່” ດັ່ງນີ້ກໍດີ,

ເຂົາຈົ່ງອົບຮົມໃຫ້ບໍຣິບູນໃນສີລທັງຫຼາຍ

ຈົ່ງຕາມປະກອບໃນທັມເປັນເຄື່ອງສະງົບແຫ່ງຈິຕໃນພາຍໃນ

ເປັນຜູ້ບໍ່ເຫີນຫ່າງໃນຊານ ປະກອບພ້ອມແລ້ວດ້ວຍວິປັສສະນາ

ແລະໃຫ້ວັຕແຫ່ງຜູ້ຢູ່ສູນຍາຄານທັງຫຼາຍຈະເຣີນງອກງາມເທີ້ນ.

- ບາລີ ມູ. ມ. ໑໒/໕໘/໗໓.

ພິກຂຸທັງຫຼາຍ ! ຖ້າພິກຂຸ

ຈະເຣີນອານາປານະສະຕິ ແມ່ນແຕ່ຊົ່ວຂະນະພຽງດີດນິ້ວມື

ພິກຂຸນີ້ເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ

ເຮັດຕາມຄໍາສອນຂອງພຣະສາສດາ

ປະຕິບັດຕາມໂອວາດ ບໍ່ສັນບິນດະບາຕຂອງຊາວເມືອງເປືອງເປົ່າ

ກໍຊິເມື່ອຍກ່າວອິຫຍັງ ເຖິງຜູ້ຝຶກໃຫ້ຫຼາຍ ຊຶ່ງອານາປານະສະຕິນັ້ນໜໍ.

ສີລ ໕

(ປານາຕິປາຕາ ເວຣະມະນີ) ເຂົານັ້ນ ລະປານາຕິບາຕ

ເວັ້ນຂາດຈາກປານາຕິບາຕ (ຂ້າສັຕ) ວາງທ່ອນໄມ້ແລະສາດຕຣາເສຍແລ້ວ

ມີຄວາມລະອາຍ ເຖິງຄວາມອິດູກະຣຸນາ ຫວັງປະໂຍຊນ໌ເກື້ອກູນໃນສັຕທັງຫຼາຍຢູ່.

(ອະທິນນາທານາ ເວຣະມະນີ) ເຂົານັ້ນ ລະອະທິນນາທານ

ເວັ້ນຂາດຈາກອະທິນນາທານ (ລັກຊັບ) ຖືເອົາແຕ່່ຂອງທີ່ເຂົາໃຫ້ແລ້ວ

ຫວັງຢູ່ແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂີ້ລັກ ມີຕົນເປັນຄົນສະອາດເປັນຢູ່.

(ກາເມສຸມິຈສາຈາຣາ ເວຣະມະນີ) ເຂົານັ້ນ ລະການປະພຶດຜິດໃນກາມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ