ຄະຣາວາສຊັ້ນເລີດ
ໜ້າ/ 41
ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ໃກ້ບ້ານກໍດີ...ບິນດະບາຕເປັນວັຕ ກໍດີ... ສັນໃນທີ່ນິມົນ ກໍດີ... ຖືຜ້າບັງສະກຸນເປັນວັຕ ກໍດີ...ນຸ່ງຫົ່ມຄະຫະບໍດີຈີວອຣກໍດີ...ຖ້າເປັນຜູ້ຟຸ້ງຊ້ານ ຖືຕົວ ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອີນຊີອັນປ່ອຍແລ້ວ: ດ້ວຍອາການຢ່າງນີ້ ພິກຂຸນັ້ນ ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.
ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ໃກ້ບ້ານກໍດີ...ບິນດະບາຕເປັນວັຕ ກໍດີ... ສັນໃນທີ່ນິມົນ ກໍດີ... ຖືຜ້າບັງສະກຸນເປັນວັຕ ກໍດີ...ນຸ່ງຫົ່ມຄະຫະບໍດີຈີວອຣກໍດີ...ຖ້າເປັນຜູ້ບໍ່ຟຸ້ງຊ້ານ ບໍ່ຖືຕົວ ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັກຄະຕາຈິຕ ສັງລວມອີນຊີ: ດ້ວຍອາການຢ່າງນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.
ຄະຣາວາສຊັ້ນເລີດ
ເອົາລະ ຄະຫະບໍດີ ! ທ່ານຈົ່ງຖວາຍທານໃນສົງຄ໌ເທີ້ນ ເມື່ອຖວາຍທານໃນສົງຄ໌ຢູ່, ຈິຕຈັກເຫຼື້ອມໃສ; ທ່ານເປັນຜູ້ມີຈິຕອັນເຫຼື້ອມໃສແລ້ວ ພາຍຫຼັງແຕ່ການຕາຍເພາະການທຳລາຍແຫ່ງກາຍ ຈັກເຂົ້າເຖິງສຸຄະຕິໂລກສະຫວັນ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນັບແຕ່ວັນນີ້ໄປ ຂ້ານ້ອຍ ຈະຖວາຍທານໃນສົງຄ໌”.
ຄະຣາວາສຊັ້ນເລີດ
“ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາໃດ
ປະພຶດທັມສົມຄວນແກ່ທັມ
ປະຕິບັດຊອບຍິ່ງ ປະຕິບັດຕາມທັມຢູ່
ຜູ້ນັ້ນຊື່ວ່າ ຍ່ອມສັກກາຣະ ເຄົາຣົບນັບຖື
ບູຊາຕະຖາຄົຕ ດ້ວຍການບູຊາອັນສູງສຸດ”
- ບາລີ ມຫາ. ທີ. ໑໐/໑໖໑/໑໒໙.
ຄະຣາວາສຊັ້ນເລີດ
ຫ້າມຜູ້ອື່ນໃຫ້ທານ ຊື່ວ່າບໍ່ແມ່ນມິຕ ໓໑
- ບາລີ ຕິກ. ອັງ. ໒໐/໒໐໕/໔໙໗.
ວັດສະ ! ຜູ້ໃດຫ້າມຜູ້ອື່ນຊຶ່ງໃຫ້ທານ ຜູ້ນັ້ນຊື່ວ່າ ເປັນອະມິຕ ຜູ້ກະທຳອັນຕະລາຍສິ່ງ ໓ ສິ່ງຄື:
ທໍາອັນຕະລາຍຕໍ່ບຸນຍ໌ຂອງທາຍົກ (ຜູ້ໃຫ້ທານ),
ທໍາອັນຕະລາຍຕໍ່ລາບຂອງປະຕິຄາຫົກ (ຜູ້ຮັບທານ),
ແລະຕົນເອງກໍຂຸດຮາກຕົນເອງ ກໍາຈັດຕົນເອງເສຍຕັ້ງແຕ່ເລີ່ມແລ້ວ.
ວັດສະ ! ຜູ້ໃດຫ້າມຜູ້ອື່ນຊຶ່ງໃຫ້ທານ ຊື່ວ່າ ເປັນອະມິຕ ຜູ້ກະທຳອັນຕະລາຍສິ່ງ ໓ ສິ່ງ ດັ່ງນີ້ແລ.
ວັດສະ ! ເຮົາເອງຍ່ອມກ່າວດັ່ງນີ້ວ່າ “ຜູ້ໃດຖອກນ້ຳລ້າງໝໍ້ ຫຼືນ້ຳລ້າງຊາມກໍຕາມ ລົງໃນຂຸມບໍ່ນ້ຳຄໍາ ຫຼືທາງນ້ຳເປິເປື້ອນ ຊຶ່ງມີສັຕມີຊີວິຕເກີດຢູ່ໃນນັ້ນດ້ວຍຄິດວ່າ ສັຕໃນນັ້ນຈະໄດ້ອາໄສລ້ຽງຊີວິຕ ດັ່ງນີ້ແລ້ວ ເຮົາກໍຍັງກ່າວວ່າ ນັ້ນເປັນທາງມາແຫ່ງບຸນຍ໌ ເພາະການກະທຳແມ່ນແຕ່ເຊັ່ນນັ້ນ ບໍ່ຕ້ອງກ່າວເຖິງການໃຫ້ທານແກ່ມະນຸສດ້ວຍກັນ” ດັ່ງນີ້.
ຄະຣາວາສຊັ້ນເລີດ
ອີກຢ່າງໜຶ່ງ ເຮົາກ່າວວ່າທານທີ່ໃຫ້ແກ່ຜູ້ມີສີລ ເປັນທານມີຜົລຫຼາຍ. ທານທີ່ໃຫ້ແກ່ຜູ້ທຸສີລ ຫາເປັນຢ່າງນັ້ນບໍ່. ແລະຜູ້ມີສີລນັ້ນເປັນຜູ້ລະເສຍເຊິ່ງອົງຄ໌ ໕ ແລະປະກອບຢູ່ດ້ວຍອົງຄ໌ ໕.
ລະອົງຄ໌ ໕ ຄື:
ລະກາມະສັນທະ, ລະພະຍາບາດ, ລະຖີນະມິດທະ (ຫົດຫູ່ຊຶມເຫງົາ), ລະອຸດທັຈຈະກຸກກຸຈຈະ (ຟຸ້ງຊ້ານລຳຄານ), ລະວິຈິກິດສາ (ລັງເລສົງໄສ)
ປະກອບດ້ວຍອົງຄ໌ ໕ ຄື:
ປະກອບດ້ວຍກອງສີລຊັ້ນອະເສຂະ (ຊັ້ນພຣະອະຣະຫັນຕ໌).
ປະກອບດ້ວຍກອງ ສະມາທິ ຊັ້ນອະເສຂະ
ປະກອບດ້ວຍກອງ ປັນຍາ ຊັ້ນອະເສຂະ
ປະກອບດ້ວຍກອງ ວິມຸຕ ຊັ້ນອະເສຂະ
ປະກອບດ້ວຍກອງວິມຸຕຕິຍານະທັສສະນະຊັ້ນອະເສຂະ.
ເຮົາກ່າວວ່າທານທີ່ໃຫ້ໃນບຸກຄົນຜູ້ລະອົງຄ໌ຫ້າແລະປະກອບດ້ວຍອົງຄ໌ຫ້າ ດ້ວຍອາການຢ່າງນີ້ ມີຜົລຫຼາຍ ດັ່ງນີ້.
ຄະຣາວາສຊັ້ນເລີດ
ມີລາບ ເສື່ອມລາບ ມີຍົສ ເສືື່ອມຍົສ
ນິນທາ ສັນຣະເສີນ ສຸຂ ທຸກຂ໌
ແປດຢ່າງນີ້ ເປັນສິ່ງທີ່ບໍ່ທ່ຽງແທ້ໃນໝູ່ມະນຸສ








