ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ກຸນລະບຸຕທັງຫຼາຍ ເຂົ້າເຖິງອາຊີບນີ້ ເປັນຜູ້ເປັນໄປໃນອຳນາດແຫ່ງປະໂຍຊນ໌ ເພາະອາໄສອຳ ນາດແຫ່ງປະໂຍຊນ໌, ບໍ່ແມ່ນເປັນຄົນໜີຣາຊະທັນ ບໍ່ແມ່ນເປັນຄົນຂໍໃຫ້ໂຈຣປ່ອຍຕົວໄປບວດ ບໍ່ແມ່ນເປັນຄົນໜີໜີ້ ບໍ່ແມ່ນເປັນຄົນໜີພັຍ ບໍ່ແມ່ນເປັນຄົນບໍ່ມີອາຊີບຈຶ່ງບວດ.

ອີກຢ່າງໜຶ່ງກຸນລະບຸຕບວດແລ້ວ ໂດຍທີ່ຄິດເຊັ່ນນີ້ວ່າ ເຮົາທັງຫຼາຍ ເປັນຜູ້ຖືກຢັ່ງເອົາແລ້ວ ໂດຍຊາຕ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະ ທັງຫຼາຍ ມີຄວາມທຸກຂ໌ເປັນເບື້ອງໜ້າແລ້ວ ເຮັດຈັ່ງໃດ ການເຮັດທີ່ສຸດແຫ່ງກອງທຸກຂ໌ທັງສິ້ນນີ້ ຈະຍ່ອມປາກົດແກ່ເຮົາດັ່ງນີ້.

ຄະຣາວາສຊັ້ນເລີດ

ພິກຂຸທັງຫຼາຍ ! ແຕ່ວ່າກຸນລະບຸຕຜູ້ບວດແລ້ວຢ່າງນີ້ ກັບເປັນຜູ້ມາກລົ້ນໄປດ້ວຍອະພິຊຊາ ມີຣາຄະແກ່ກ້າໃນກາມທັງຫຼາຍ ມີຈິຕພະຍາບາດ ມີຄວາມດໍາຣິແຫ່ງໃຈເປັນໄປໃນທາງປະທຸສະຮ້າຍ ມີສະຕິອັນລືມຫຼົງແລ້ວ ບໍ່ມີສັມປະຊັນຍະ ມີຈິຕບໍ່ຕັ້ງໝັ້ນແລ້ວ ມີຈິຕໝູນໄປຜິດແລ້ວ ມີອິນຊີອັນຕົນບໍ່ສັງລວມແລ້ວ.

ພິກຂຸທັງຫຼາຍ ! ປຽບເໝືອນ ດົ້ນຟືນຈາກເຕົາຫຼໍ່ ທີ່ເຜົາສົບ ຍັງມີໄຟຕິດຢູ່ທັງສອງສົ້ນ ເຄິ່ງກາງກໍເປື້ອນອຸດຈາຣະ ຍ່ອມໃຊ້ປະໂຍຊນ໌ເປັນໄມ້ໃນບ້ານເຮືອນກໍບໍ່ໄດ້ ຍ່ອມໃຊ້ປະໂຍຊນ໌ເປັນໄມ້ໃນປ່າກໍບໍ່ໄດ້, ຂໍ້ນີ້ເຊັ່ນໃດ;

ພິກຂຸທັງຫຼາຍ ! ເຮົາກ່າວບຸກຄົນນີ້ວ່າ ມີອຸປະມາເຊັ່ນນັ້ນ; ຄື ເປັນຜູ້ເສື່ອມຈາກໂພຄະແຫ່ງຄະຣືຫັດດ້ວຍ, ບໍ່ໄດ້ສ້າງປະໂຍຊນ໌ແຫ່ງສະມະນະໃຫ້ບໍຣິບູນດ້ວຍ.

ຄະຣາວາສຊັ້ນເລີດ

ທ່ານຈົ່ງຖວາຍທານໃນສົງຄ໌ເທີ້ນ

ເມື່ອທ່ານຖວາຍທານໃນສົງຄ໌ຢູ່

ຈິຕຈັກເຫຼື້ອມໃສ

ທ່ານເປັນຜູ້ມີຈິຕອັນເຫຼື້ອມໃສແລ້ວ

ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ

ຈັກເຂົ້າເຖິງສຸຄະຕິໂລກສະຫວັນ

- ບາລີ ສັກກ. ອັງ. ໒໒/໔໓໖-໔໓໘/໓໓໐.

ຄະຣາວາສຊັ້ນເລີດ

ສັງຄະທານດີກວ່າ ໓໐

- ບາລີ ສັກກ. ອັງ. ໒໒/໔໓໖-໔໓໘/໓໓໐.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທານປະຈຳຕະກຸນ ຂ້ານ້ອຍຍັງໃຫ້ຢູ່ ແຕ່ວ່າທານນັ້ນຂ້ານ້ອຍໃຫ້ສະເພາະໝູ່ພິກຂຸຜູ້ເປັນອະຣະຫັນຕ໌ ຫຼືຜູ້ປະຕິບັດອະຣະຫັນຕະມັຄ ທີ່ຢູ່ປ່າ ທີ່ຖືບິນດະບາຕ ທີ່ຖືຜ້າບັງສະກຸນ ເປັນວັຕ”.

ຄະຫະບໍດີ ! ຂໍ້ທີ່ຈະຮູ້ວ່າຄົນໝູ່ນີ້ເປັນພຣະອະຣະຫັນຕ໌ ຫຼືປະຕິບັດອະຣະຫັຕຕະມັຄນັ້ນ ເປັນສິ່ງທີ່ຮູ້ໄດ້ຍາກສຳລັບທ່ານຜູ້ເປັນຄະຣືຫັດຜູ້ບໍຣິໂພກກາມ ຜູ້ຍັງມີການນອນບຽດບຸຕ ບໍຣິໂພກໃຊ້ສອຍຈັນຫອມແລະຜ້າຈາກເມືອງກາສີ ທັດຊົງມາລາ ແລະເຄື່ອງກິ່ນ ແລະເຄື່ອງຜັດທາ ຍິນດີຢູ່ດ້ວຍຄໍາແລະເງິນ.

ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ປ່າເປັນວັຕ ຖ້າເປັນຜູ້ຟຸ້ງຊ້ານ ຖືຕົວ ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອິນຊີອັນປ່ອຍແລ້ວ: ດ້ວຍອາການຢ່າງນີ້ ພິກຂຸນັ້ນ ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.

ຄະຣາວາສຊັ້ນເລີດ

ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ປ່າເປັນວັຕ ຖ້າເປັນຜູ້ບໍ່ຟຸ້ງຊ້ານ ບໍ່ຖືຕົວ ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັກຄະຕາຈິຕ ສັງລວມອິນຊີ: ດ້ວຍອາການຢ່າງນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ