ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ກັມບໍ່ດຳບໍ່ຂາວ ມີວິບາກບໍ່ດຳບໍ່ຂາວ ເປັນໄປເພື່ອຄວາມສິ້ນກັມ ເປັນແນວໃດໜໍ ?

ຄື ສັມມາທິຕຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ.

ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກັມບໍ່ດຳບໍ່ຂາວ ມີວິບາກບໍ່ດຳບໍ່ຂາວ ເປັນໄປເພື່ອຄວາມສິ້ນກັມ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ກັມ ໔ ຢ່າງ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຮູ້ທົ່ວກັນ.

ຄະຣາວາສຊັ້ນເລີດ

ວິທີດັບກັມ ໒໕

- ບາລີ ສັກກ. ອັງ. ໒໒/໔໖໕/໓໓໔.

ພິກຂຸທັງຫຼາຍ ! ອະຣິຍະມັຄມີອົງຄ໌ແປດ ນີ້ນັ້ນເອງເປັນກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງກັມ) ໄດ້ແກ່ສິ່ງເຫຼົ່ານີ້ຄື:

ສັມມາທິຕຖິ (ຄວາມເຫັນຖືກຕ້ອງ)

ສັມມາສັງກັບປະ (ຄວາມດຳຣິຖືກຕ້ອງ)

ສັມມາວາຈາ (ການເວົ້າຈາຖືກຕ້ອງ)

ສັມມາກັມມັນຕະ (ການປະກອບການງານຖືກຕ້ອງ)

ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ)

ສັມມາວາຍາມະ (ຄວາມພາກພຽນຖືກຕ້ອງ)

ສັມມາສະຕິ (ຄວາມລະນຶກຖືກຕ້ອງ)

ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).

(ລາຍລະອຽດກ່ຽວກັບອະຣິຍະມັຄມີອົງຄ໌ແປດ ສາມາດອ່ານເພີ່ມຕື່ມໄດ້ທີ່ “ສັກກະນິບາຕ ອັງຄຸຕຕະຣະນິກາຍ” ໜ້າ ໑໔໕. (໒໒/໔໖໕/໓໓໔.))

ຄະຣາວາສຊັ້ນເລີດ

ວິບາກກັມຢ່າງເບົາຂອງໝູ່ສັຕ ໒໖

- ບາລີ ອັຕຖກ. ອັງ. ໒໓/໒໕໑/໑໓໐.

ພິກຂຸທັງຫຼາຍ ! ປານາຕິບາຕ (ຂ້າສັຕ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງປານາຕິບາຕຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ມີອາຍຸສັ້ນ.

ພິກຂຸທັງຫຼາຍ ! ອະທິນນາທານ (ລັກຊັບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງອະທິນນາທານຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ຄວາມເສື່ອມແຫ່ງໂພຄະ.

ພິກຂຸທັງຫຼາຍ ! ກາເມສຸມິດສາຈາຣ (ປະພຶດຜິດໃນກາມ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງກາເມສຸມິດສາຈາຣຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ກໍ່ເວຣດ້ວຍສັດຕູ.

ຄະຣາວາສຊັ້ນເລີດ

ພິກຂຸທັງຫຼາຍ ! ມຸສາວາດ (ຄຳຂີ້ຕົວະ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງມຸສາວາດຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງຄືວິບາກທີ່ເປັນໄປເພື່ອການຖືກກ່າວຕູ່ດ້ວຍຄໍາບໍ່ຈິງ.

ພິກຂຸທັງຫຼາຍ ! ປິສຸນາວາດ (ຄຳຍຸແຍ່ໃຫ້ແຕກກັນ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງປິສຸນາວາດຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການແຕກຈາກມິຕ.

ພິກຂຸທັງຫຼາຍ ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອ ເປຕວິສັຍ.

ວິບາກແຫ່ງຜະຣຸສະວາດຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການໄດ້ຟັງສຽງທີ່ບໍ່ໜ້າພໍໃຈ.

ຄະຣາວາສຊັ້ນເລີດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ