ຄວາມສັນໂດດ
ໜ້າ/ 65
ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ມີິຈິຕປະກອບດ້ວຍເມຕຕາ ແຜ່ໄປ ຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ມີຈິຕປະກອບດ້ວຍກະຣຸນາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ມີຈິຕປະກອບດ້ວຍມຸທິຕາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?
ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຮົາຮູ້ຊັດຢ່າງນີ້ວ່າ ຣາຄະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.
ໂທສະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນ ເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.
ໂມຫະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນ ເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.








