ຄວາມສັນໂດດ
ໜ້າ/ 65
ພຣາມນ໌! ທີ່ນັ່ງທີ່ນອນເຫລົ່ານັ້ນຄື ຕຽງມີເທົ້າເກີນປະມານ ຕຽງມີເທົ້າເຮັດເປັນຮູບສັຕຮ້າຍ ຜ້າໂກເຊົາວ໌ຂົນຍາວ ເຄື່ອງລາດທີ່ເຮັດດ້ວຍຂົນແກະວິຈິຕດ້ວຍລວດລາຍ ເຄື່ອງລາດທີ່ເຮັດດ້ວຍຂົນແກະສີຂາວ ເຄື່ອງລາດທີ່ມີສັນຖານເປັນຊໍ່ດອກໄມ້ ເຄື່ອງລາດທີ່ຍັດນຸ່ນ ເຄື່ອງລາດຂົນແກະອັນວິຈິຕດ້ວຍຮູບສັຕຮ້າຍ ມີສີຫະແລະເສືອເປັນຕົ້ນ ເຄື່ອງລາດຂົນແກະມີຂົນຕັ້ງ ເຄື່ອງລາດມີຂົນແກະຂ້າງດຽວ ເຄື່ອງລາດຄຳແລະເງິນແກມໄໝ ເຄື່ອງລາດໄໝກີບຄຳແລະເງິນ ເຄື່ອງລາດຂົນແກະບັນຈຸນາງຟ້ອນ ໑໖ ຄົນຢືນລຳໄດ້ ເຄື່ອງລາດຫລັງຊ້າງ ເຄື່ອງລາດຫລັງມ້າ ເຄື່ອງລາດໃນຣົຖ ເຄື່ອງລາດທີ່ເຮັດດ້ວຍໜັງສັຕຊື່ອະຊີນະອັນມີຂົນອ່ອນນຸ່ມ ເຄື່ອງລາດຢ່າງດີເຮັດດ້ວຍໜັງເຫັນ ເຄື່ອງລາດມີແພດານ ເຄື່ອງລາດມີໝອນຂ້າງ ບັນພະຊິຕຫາໄດ້ຍາກ ແລະທີ່ໄດ້ແລ້ວກໍບໍ່ຄວນໃຊ້ສອຍ.
ພຣາມນ໌! ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດນີ້ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດເປັນຢ່າງໃດ? ຄື:
ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ (ທິພພັງ ອຸຈຈາ-ສະຍະນະມະຫາສະຍະນັງ),
ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມ (ພຣັມມັງ ອຸຈຈາ-ສະຍະນະມະຫາສະຍະນັງ),
ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະ (ອະຣິຍັງ ອຸຈຈາສະຍະນະມະຫາສະຍະນັງ),
ພຣາມນ໌! ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?
ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຮົາສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່.
ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;
ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.
ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.
ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?








