ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍມາວ່າ ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄວ່າ ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງເປັນຜູ້ມີສີລສົມບູນ ມີປາຕິໂມກຂ໌ອັນສົມບູນຢູ່ເຖີດ ຈົ່ງເປັນຜູ້ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣຢູ່ເຖີດ ຈົ່ງເປັນຜູ້ມີປົກກະຕິເຫັນພັຍໃນໂທສທັງຫລາຍແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍເຖີດ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນທີ່ຮັກ ເປັນທີ່ພໍໃຈ ເປັນທີ່ເຄົາຣົພ ແລະເປັນທີ່ຍົກຍ້ອງຂອງເພື່ອນພຣົມມະຈັນຍ໌ທັງຫລາຍເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ(ອັຊຊັຕຕັນເຈໂຕສະມະຖະມະນຸຍຸຕໂຕ) ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາບໍຣິໂພຄຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຂອງເທວະດາຫລືມະນຸສເຫລົ່າໃດ ສັກກາຣະຂອງເທວະດາແລະມະນຸສເຫລົ່ານັ້ນຈົ່ງມີຜົລຫລາຍ ມີອານິສົງສ໌ຫລາຍເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຍາຕສາຍໂລຫິຕຂອງເຮົາເຫລົ່າໃດທີ່ລ່ວງລັບທຳກາລະໄປແລ້ວ ມີຈິຕເຫລື້ອມໃສ ຣະນຶກເຖິງຢູ່ ຄວາມຣະນຶກເຖິງດ້ວຍຈິຕອັນເຫລື້ອມໃສຂອງຍາຕສາຍໂລຫິຕເຫລົ່ານັ້ນ ຈົ່ງມີຜົລຫລາຍ ມີອານິສົງສ໌ຫລາຍເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນຜູ້ຂົ່ມຄວາມຍິນດີແລະຄວາມບໍ່ຍິນດີໄດ້ ອີກຢ່າງໜຶ່ງ ຄວາມບໍ່ຍິນດີຢ່າຄອບງຳເຮົາໄດ້ເລີຍ ຂໍເຮົາຈົ່ງຄອບງຳຍ່ຳຍີຄວາມບໍ່ຍິນດີທີ່ເກີດຂຶ້ນແລ້ວໄດ້ຢູ່ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນຜູ້ຂົ່ມຄວາມຢ້ານກົວໄດ້ ອີກຢ່າງໜຶ່ງ ຄວາມຢ້ານກົວຢ່າຄອບງຳເຮົາໄດ້ເລີຍ ຂໍເຮົາຈົ່ງຄອບງຳຍ່ຳຍີຄວາມຢ້ານກົວທີ່ເກີດຂຶ້ນແລ້ວໄດ້ຢູ່ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງຖືກຕ້ອງວິໂມກຂ໌ອັນລະອຽດເຊິ່ງບໍ່ມີຣູປ ເພາະລ່ວງຣູປສະມາບັຕດ້ວຍກາຍຢູ່ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ