ຄວາມສັນໂດດ
ໜ້າ/ 65
ກິຈທີ່ສົງຄ໌ຈະກະທຳມີຢູ່ໃນສົງຄ໌ ພິກຂຸບໍ່ສຶກສາໃນກິຈນັ້ນຢ່າງນີ້ວ່າ ກໍພຣະເຖຣະຜູ້ເປັນຣັຕຕັນຍູ ບວຊນານ ເປັນຜູ້ຮັບພາຣະ ມີຢູ່ໃນສົງຄ໌ ທ່ານເຫລົ່ານັ້ນຈະຮັບຜິດຊອບດ້ວຍກິຈນີ້ ດັ່ງນີ້, ຕ້ອງຂົນຂວາຍດ້ວຍຕົນເອງ (ສັນຕິ ໂຂ ປະນະ ສັງເຄ ສັງຄະກະຣະນີຍານິ ຕັຕຣະ ພິກຂຸ ນະ ອິຕິ ປະຕິສັນຈິກຂະຕິ ສັນຕິ ໂຂ ປະນະ ສັງເຄ ເຖຣາ ຣັຕຕັນຍູ ຈິຣະປັພພະຊິຕາ ພາຣະວາຫິໂນ ເຕ ເຕ-ນະ ປັນຍານິສສັນຕີຕິ ອັຕຕະນະ ໂວ ໂຍຄັງ ອາປັຊຊະຕິ).
ພິກຂຸທັງຫລາຍ! ທັມ ໗ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ທັມ ໗ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໗ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ບໍ່ຍິນດີໃນກາຣງານ,
ຄວາມເປັນຜູ້ບໍ່ຍິນດີໃນກາຣເວົ້າ,
ຄວາມເປັນຜູ້ບໍ່ຍິນດີໃນກາຣນອນ,
ຄວາມເປັນຜູ້ບໍ່ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,
ຄວາມເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ,
ຄວາມເປັນຜູ້ຮູ້ປະມານໃນໂພຊະນະ,
ກິຈທີ່ສົງຄ໌ຈະກະທຳມີຢູ່ໃນສົງຄ໌ ພິກຂຸສຶກສາໃນກິຈນັ້ນຢ່າງນີ້ວ່າ ກໍພຣະເຖຣະຜູ້ເປັນຣັຕຕັນຍູ ບວຊນານ ເປັນຜູ້ຮັບພາຣະ ມີຢູ່ໃນສົງຄ໌ ທ່ານເຫລົ່ານັ້ນຈະຮັບຜິດຊອບດ້ວຍກິຈນີ້ ດັ່ງນີ້, ບໍ່ຕ້ອງຂົນຂວາຍດ້ວຍຕົນເອງ.
ພິກຂຸທັງຫລາຍ! ທັມ ໗ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໖/໒໖
ທັມ ໘ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ
ພິກຂຸທັງຫລາຍ! ທັມ ໘ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໘ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ຍິນດີໃນກາຣງານ (ກັມມາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣເວົ້າ (ພັສສາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣນອນ (ນິທທາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ
(ສັງຄະນິກາຣາມະຕາ),
ຄວາມເປັນຜູ້ບໍ່ຄຸ້ມຄອງທະວາຣໃນອິນຊີທັງຫລາຍ
(ອິນທະຣິເຍສຸ ອະຄຸຕຕັທວາຣະຕາ),
ຄວາມເປັນຜູ້ບໍ່ຮູ້ປະມານໃນໂພຊະນະ
(ໂພຊະເນ ອະມັຕຕັນຍຸຕາ),
ຄວາມເປັນຜູ້ຍິນດີໃນທັມອັນເປັນເຄື່ອງຂ້ອງ
(ສັງສັຄຄາຣາມະຕາ),
ຄວາມເປັນຜູ້ຍິນດີໃນທັມເຄື່ອງໃຫ້ເນີນຊ້າ
(ປະປັນຈາຣາມະຕາ).
ພິກຂຸທັງຫລາຍ! ທັມ ໘ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ
໒໓/໒໖໖/໑໘໓
ທັມ ໘ ປະກາຣທີ່ເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ
ພິກຂຸທັງຫລາຍ! ທັມ ໘ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໘ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ບໍ່ຍິນດີໃນກາຣງານ,
ຄວາມເປັນຜູ້ບໍ່ຍິນດີໃນກາຣເວົ້າ,
ຄວາມເປັນຜູ້ບໍ່ຍິນດີໃນກາຣນອນ,
ຄວາມເປັນຜູ້ບໍ່ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,
ຄວາມເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ,
ຄວາມເປັນຜູ້ຮູ້ປະມານໃນໂພຊະນະ,
ຄວາມເປັນຜູ້ບໍ່ຍິນດີໃນທັມອັນເປັນເຄື່ອງຂ້ອງ
(ອະສັງສັຄຄາຣາມະຕາ),
ຄວາມເປັນຜູ້ບໍ່ຍິນດີໃນທັມເຄື່ອງໃຫ້ເນີນຊ້າ
(ນິປປະປັນຈາຣາມະຕາ).
ພິກຂຸທັງຫລາຍ! ທັມ ໘ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ
໒໓/໒໖໖/໑໘໔
ກຸສິຕະວັຕຖຸ ໘ ປະກາຣ
ພິກຂຸທັງຫລາຍ! ກຸສິຕະວັຕຖຸ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ຕ້ອງກະທຳກາຣງານ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຈັກຕ້ອງກະທຳກາຣງານ ກໍເມື່ອເຮົາກະທຳກາຣງານຢູ່ ກາຍຈັກລຳບາກ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໑.








