ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ເປັນຜູ້ມີອາຫາຣໜ້ອຍ ປະກອບດ້ວຍຄວາມເປັນຜູ້ບໍ່ເຫັນແກ່ປາກແກ່ທ້ອງ.

ເປັນຜູ້ນອນໜ້ອຍ ໝັ່ນປະກອບຄວາມພຽນເປັນເຄື່ອງຕື່ນຢູ່.

ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງກະຖາອັນເປັນໄປເພື່ອກາຣຂັດເກົາກິເລສ ເປັນທີ່ສະບາຍແກ່ທັມເຄື່ອງເປີດໂປ່ງຈິຕຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ.

ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ.

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ຈະເຣີນອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໖/໙໗

ພິກຂຸປະກອບດ້ວຍທັມ ໕ ປະກາຣ ກະທຳໃຫ້ຫລາຍເຊິ່ງອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣ ກະທຳໃຫ້ຫລາຍເຊິ່ງອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ, ທັມ ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີທຸຣະໜ້ອຍ ມີກິຈໜ້ອຍ ລ້ຽງງ່າຍ ຍິນດີຍິ່ງໃນບໍຣິຂາຣແຫ່ງຊີວິຕ.

ເປັນຜູ້ມີອາຫາຣໜ້ອຍ ປະກອບດ້ວຍຄວາມເປັນຜູ້ບໍ່ເຫັນແກ່ປາກແກ່ທ້ອງ.

ເປັນຜູ້ນອນໜ້ອຍ ໝັ່ນປະກອບຄວາມພຽນເປັນເຄື່ອງຕື່ນຢູ່.

ເປັນຜູ້ຖືກາຣຢູ່ປ່າເປັນວັຕ ເປັນຜູ້ຢູ່ໃນເສນາສະນະອັນສງັດ.

ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ.

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ກະທຳໃຫ້ຫລາຍເຊິ່ງອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໗/໙໘

ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ

ມີເພື່ອນດີ ຍ່ອມຫວັງໄດ້ເຊິ່ງຄວາມສັນໂດດ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ຈາລິກະບັນພົຕ ໃກ້ເມືອງຈາລິກາ ໃນສມັຍນັ້ນ ທ່ານພຣະເມຄິຍະເປັນອຸປັຕຖາກຂອງພຣະຜູ້ມີພຣະພາຄ. ຄັ້ງນັ້ນແລ ທ່ານພຣະເມຄິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ກຣາບອະພິວາທແລ້ວ ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍປາຖນາຈະເຂົ້າໄປບິນທະບາຕໃນຊັນຕຸຄາມ.

ພຣະຜູ້ມີພຣະພາຄຕຣັສວ່າ:

ເມຄິຍະ! ເຈົ້າຈົ່ງສຳຄັນກາລອັນຄວນໃນບັດນີ້ເຖີດ.

ຄັ້ງນັ້ນແລ ເປັນເວລາເຊົ້າ ທ່ານພຣະເມຄິຍະຄອງອັນຕະຣະວາສົກ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຊັນຕຸຄາມ ຄັນທ່ຽວບິນທະບາຕໃນຊັນຕຸຄາມສຳເຣັຈແລ້ວ ກັບຈາກບິນທະບາຕໃນເວລາປັຈສາພັຕ ເຂົ້າໄປຍັງຝັ່ງແມ່ນ້ຳກິມິກາລາ ທ່ານພຣະເມຄິຍະເດີນທ່ຽວພັກຜ່ອນຢູ່ທີ່ຝັ່ງແມ່ນ້ຳກິມິກາລາ ໄດ້ເຫັນອັມພະວັນອັນໜ້າເຫລື້ອມໃສ ໜ້າຣື່ນຣົມຍ໌ ຄັນເຫັນແລ້ວ ໄດ້ມີຄວາມຄິດດັ່ງນີ້ວ່າ ອັມພະວັນນີ້ຊ່າງໜ້າເຫລື້ອມໃສ ໜ້າຣື່ນຣົມຍ໌ໜໍ ຄວນແກ່ກາຣບຳເພັນພຽນຂອງກຸລະບຸຕຜູ້ຕ້ອງກາຣຄວາມພຽນ ຖ້າພຣະຜູ້ມີພຣະພາຄຊົງອະນຸຍາຕເຮົາ ເຮົາຈະມາຍັງອັມພະວັນນີ້ເພື່ອບຳເພັນພຽນ.

ຄັ້ງນັ້ນແລ ທ່ານພຣະເມຄິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ເວລາເຊົ້າ ຂ້ານ້ອຍຄອງອັນຕະຣະວາສົກ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຊັນຕຸຄາມ ຄັນທ່ຽວບິນທະບາຕໃນຊັນຕຸຄາມສຳເຣັຈແລ້ວ ກັບຈາກບິນທະບາຕໃນເວລາປັຈສາພັຕ ເຂົ້າໄປຍັງຝັ່ງແມ່ນ້ຳກິມິກາລາ ຂ້ານ້ອຍເດີນທ່ຽວພັກຜ່ອນຢູ່ທີ່ຝັ່ງແມ່ນ້ຳກິມິກາລາ ໄດ້ເຫັນອັມພະວັນອັນໜ້າເຫລື້ອມໃສ ໜ້າຣື່ນຣົມຍ໌ ຄັນເຫັນແລ້ວ ຂ້ານ້ອຍໄດ້ມີຄວາມຄິດດັ່ງນີ້ວ່າ ອັມພະວັນນີ້ຊ່າງໜ້າເຫລື້ອມໃສ ໜ້າຣື່ນຣົມຍ໌ໜໍ ຄວນແກ່ກາຣບຳເພັນພຽນຂອງກຸລະບຸຕຜູ້ຕ້ອງກາຣຄວາມພຽນ ຖ້າພຣະຜູ້ມີພຣະພາຄຊົງອະນຸຍາຕເຮົາ ເຮົາຈະມາຍັງອັມພະວັນນີ້ເພື່ອບຳເພັນພຽນ.

ເມື່ອທ່ານພຣະເມຄິຍະກຣາບທູລຢ່າງນີ້ແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະເມຄິຍະວ່າ:

ເມຄິຍະ! ຈົ່ງລໍຢູ່ກ່ອນ ເຮົາຢູ່ຄົນດຽວ ເຈົ້າຈົ່ງລໍຢູ່ຈົນກວ່າພິກຂຸອົງຄ໌ອື່ນມາແທນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ