ຄວາມສັນໂດດ
ໜ້າ/ 65
ຄັ້ງນັ້ນ ທ່ານພຣະມະຫາກັສສະປະຈຳພັນສາຢູ່ໃນພຣະນະຄອຣຣາຊະຄຶຫ໌ ແລ້ວອອກເດີນທາງມຸ່ງໄປສູ່ຣັຖອາລະວີ ທ່ຽວຈາຣິກໄປໂດຍລຳດັບເຖິງຣັຖອາລະວີແລ້ວ ຊາບວ່າທ່ານພັກຢູ່ທີ່ອັຄຄາລະເຈດີຍ໌ໃນຣັຖອາລະວີນັ້ນ. ຄັນເວລາເຊົ້າ ທ່ານພຣະມະຫາກັສສະປະຄອງອັນຕະຣະວາສົກແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຣັຖອາລະວີ ປະຊາຊົນເຫັນທ່ານພຣະມະຫາກັສສະປະແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ຄັນທ່ານພຣະມະຫາກັສສະປະທ່ຽວບິນທະບາຕໃນຣັຖອາລະວີ ເວລາຫລັງອາຫາຣກັບຈາກບິນທະບາຕແລ້ວ ໄດ້ຮຽກພິກຂຸທັງຫລາຍມາຖາມວ່າ:
ທ່ານທັງຫລາຍ! ເມື່ອກ່ອນຣັຖອາລະວີມີອາຫາຣສົມບູນ ຫາບິນທະບາຕໄດ້ງ່າຍ ພິກຂຸສົງຄ໌ຄອງຊີພດ້ວຍກາຣຖືບາຕສະແຫວງຫາກໍກະທຳໄດ້ງ່າຍ ມາບັດນີ້ຣັຖອາລະວີອັຕຕະຄັດອາຫາຣ ຫາບິນທະບາຕໄດ້ຍາກ ພິກຂຸສົງຄ໌ຈະຄອງຊີພດ້ວຍກາຣຖືບາຕສະແຫວງຫາກໍກະທຳໄດ້ບໍ່ງ່າຍ ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ໃຫ້ຣັຖອາລະວີນີ້ເປັນດັ່ງນີ້ ພິກຂຸເຫລົ່ານັ້ນຈຶ່ງກຣາບຮຽນເຣື່ອງນັ້ນໃຫ້ທ່ານພຣະມະຫາກັສສະປະຊາບແລ້ວ.
ຄັ້ງນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ໃນພຣະນະຄອຣຣາຊະຄຶຫ໌ຕາມພຣະພຸທທາພິຣົມຍ໌ແລ້ວ ສະເດັຈຈາຣິກໂດຍຫົນທາງອັນຈະໄປສູ່ຣັຖອາລະວີ ເມື່ອສະເດັຈຈາຣິກໂດຍລຳດັບ ໄດ້ສະເດັຈເຖິງຣັຖອາລະວີແລ້ວ ຊາບວ່າພຣະອົງຄ໌ປະທັບຢູ່ທີ່ອັຄຄາລະວະເຈດີຍ໌ໃນຣັຖອາລະວີນັ້ນ ທ່ານພຣະມະຫາກັສສະປະຈຶ່ງເຂົ້າໄປເຝົ້າ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລເຣື່ອງນັ້ນແດ່ພຣະຜູ້ມີພຣະພາຄ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສສັ່ງໃຫ້ປະຊຸມພິກຂຸສົງຄ໌ໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕແຣກເກີດນັ້ນ ແລ້ວຊົງສອບຖາມພິກຂຸຊາວຣັຖອາລະວີວ່າ:
ພິກຂຸທັງຫລາຍ! ຂ່າວວ່າ ພວກເຈົ້າທັງຫລາຍໃຫ້ສ້າງກຸຕິ ເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຈົ້າຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ. ປະຊາຊົນທີ່ຖືກບຽດບຽນດ້ວຍກາຣວິງວອນ ດ້ວຍກາຣຂໍ ພໍເຫັນພິກຂຸທັງຫລາຍແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ແມ່ນແຕ່ພົບແມ່ງົວກໍຍັງຫລົບໜີ ສຳຄັນວ່າພວກພິກຂຸ ດັ່ງນີ້ ຈິງຫລື?
ພິກຂຸເຫລົ່ານັ້ນທູລຮັບວ່າ ຈິງ ພຣະອົງຄ໌ຜູ້ຈະເຣີນ!
ພຣະຜູ້ມີພຣະພາຄຊົງຕິຕຽນວ່າ:
ໂມຄະບຸຣຸສທັງຫລາຍ! ກາຣກະທຳຂອງພວກເຈົ້ານັ້ນບໍ່ເໝາະ ບໍ່ສົມ ບໍ່ຄວນ ບໍ່ແມ່ນກິຈຂອງສະມະນະ ໃຊ້ບໍ່ໄດ້ ບໍ່ຄວນກະທຳ ເຫຕໃດພວກເຈົ້າຈຶ່ງໄດ້ໃຫ້ສ້າງກຸຕິ ເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຈົ້າຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ.
ໂມຄະບຸຣຸສທັງຫລາຍ! ກາຣກະທຳຂອງພວກເຈົ້ານັ້ນ ບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລືເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍແທ້ແລ້ວ ກາຣກະທຳຂອງພວກເຈົ້ານັ້ນ ເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ.








