ຄວາມສັນໂດດ
ໜ້າ/ 65
ເມື່ອພຣະຜູ້ມີພຣະພາຄຊົງຕິຕຽນພິກຂຸຊາວຣັຖອາລະວີໂດຍອະເນກປະຣິຍາຍດັ່ງນີ້ແລ້ວ ຊົງຕຣັສເຖິງໂທສແຫ່ງຄວາມເປັນຄົນລ້ຽງຍາກ ຄວາມເປັນຄົນບຳຣຸງຍາກ ຄວາມເປັນຄົນມັກມາກ ຄວາມເປັນຄົນບໍ່ສັນໂດດ ຄວາມຄຸກຄີດ້ວຍໝູ່ ຄວາມກຽດຄ້ານ ແລະຊົງຕຣັສເຖິງຄຸນແຫ່ງຄວາມເປັນຄົນລ້ຽງງ່າຍ ຄວາມເປັນຄົນບຳຣຸງງ່າຍ ຄວາມມັກນ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມກຳຈັດ ອາກາຣທີ່ໜ້າເຫລື້ອມໃສ ກາຣບໍ່ສະສົມ ກາຣປຣາຣົພຄວາມພຽນ ໂດຍອະເນກປະຣິຍາຍ ຊົງສະແດງທັມມິກະຖາທີ່ສົມຄວນແກ່ເຣື່ອງນັ້ນ ທີ່ເໝາະສົມແກ່ເຣື່ອງນັ້ນແກ່ພິກຂຸທັງຫລາຍ ແລ້ວຊົງຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ຣືສີສອງພີ່ນ້ອງເຂົ້າອາສັຍແມ່ນ້ຳຄົງຄາສຳນັກຢູ່. ຄັ້ງນັ້ນ ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຄັນແລ້ວວົງດ້ວຍຂະນົດ ໗ ຮອບ ແຜ່ພັງພານໃຫຍ່ຢູ່ເທິງຫົວ ເພາະຄວາມຢ້ານກົວນາຄະຣາຊນັ້ນ ຣືສີຜູ້ເປັນນ້ອງໄດ້ຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ ຣືສີຜູ້ເປັນອ້າຍເຫັນຣືສີຜູ້ເປັນນ້ອງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ ຈຶ່ງໄດ້ໄຕ່ຖາມວ່າ:
ເຫຕໃດເຈົ້າຈຶ່ງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ?
ອ້າຍ! ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າມາຫາຂ້ານ້ອຍໃນສະຖານທີ່ນີ້ ຄັນແລ້ວວົງຂ້ານ້ອຍດ້ວຍຂະນົດ ໗ ຮອບ ແຜ່ພັງພານໃຫຍ່ຢູ່ເທິງຫົວ ເພາະຄວາມຢ້ານກົວນາຄະຣາຊນັ້ນ ຂ້ານ້ອຍຈຶ່ງໄດ້ຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ.
ເຈົ້າຕ້ອງກາຣບໍ່ໃຫ້ນາຄະຣາຊນັ້ນມາຫລື?
ຂ້ານ້ອຍຕ້ອງກາຣບໍ່ໃຫ້ນາຄະຣາຊນັ້ນມາ.
ເຈົ້າເຫັນນາຄະຣາຊນັ້ນມີອັນໃດແດ່?
ຂ້ານ້ອຍເຫັນມີແກ້ວມະນີປະດັບຢູ່ທີ່ຄໍ.
ຖ້າເຊັ່ນນັ້ນ ເຈົ້າຈົ່ງຂໍແກ້ວມະນີກັບນາຄະຣາຊນັ້ນວ່າ ທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.
ພິກຂຸທັງຫລາຍ! ຄັນມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຢຸດຢູ່ໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ຣືສີຜູ້ເປັນນ້ອງໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:
ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.
ມະນີກັນຖະນາຄະຣາຊຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ແລ້ວໄດ້ຟ້າວກັບໄປ.
ແມ່ນແຕ່ຄັ້ງທີ ໒ ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຣືສີຜູ້ເປັນນ້ອງໄດ້ເຫັນມະນີກັນຖະນາຄະຣາຊມາແຕ່ໄກ ໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:
ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.
ມະນີກັນຖະນາຄະຣາຊຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ແລ້ວໄດ້ກັບໄປແຕ່ທີ່ໄກນັ້ນແລ.
ແມ່ນແຕ່ຄັ້ງທີ ໓ ມະນີກັນຖະນາຄະຣາຊກຳລັງຈະຂຶ້ນຈາກແມ່ນ້ຳຄົງຄາ ຣືສີຜູ້ເປັນນ້ອງໄດ້ເຫັນມະນີກັນຖະນາຄະຣາຊກຳລັງໂຜ່ຂຶ້ນຈາກແມ່ນ້ຳຄົງຄາ ກໍໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:
ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.
ຂະນະນັ້ນ ມະນີກັນຖະນາຄະຣາຊໄດ້ກ່າວຕອບຣືສີຜູ້ເປັນນ້ອງດ້ວຍຄາຖາວ່າ:
ເຂົ້ານ້ຳທີ່ດີຍິ່ງມາກມາຍບັງເກີດຂຶ້ນແກ່ຂ້າພະເຈົ້າ
ເພາະເຫຕແຫ່ງແກ້ວມະນີດວງນີ້
ຂ້າພະເຈົ້າຈະໃຫ້ແກ້ວນັ້ນແກ່ທ່ານບໍ່ໄດ້ ທ່ານເປັນຄົນຂໍຫລາຍ
ຂ້າພະເຈົ້າຈັກບໍ່ມາສູ່ອາສົມຂອງທ່ານອີກແລ້ວ
ທ່ານຂໍແກ້ວມະນີຂ້າພະເຈົ້າ ກະທຳໃຫ້ຂ້າພະເຈົ້າສະດຸ້ງກົວ
ດັ່ງຄົນໜຸ່ມຖືດາບເຊິ່ງລັບດີແລ້ວດ້ວຍຫີນລັບ
ຂ້າພະເຈົ້າຈັກບໍ່ໃຫ້ແກ້ວມະນີນັ້ນແກ່ທ່ານ ທ່ານເປັນຄົນຂໍຫລາຍ ຂ້າພະເຈົ້າຈັກບໍ່ມາສູ່ອາສົມຂອງທ່ານອີກແລ້ວ.
ຄັ້ງນັ້ນ ມະນີກັນຖະນາຄະຣາຊໄດ້ຫລີກໄປ ພາງຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ໄດ້ຫລີກໄປຢ່າງນັ້ນແລ້ວ ບໍ່ກັບມາອີກ.








