ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ເຂົາເປັນພິກຂຸຜູ້ເຖຣະທີ່ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຟັງຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ດັ່ງນີ້ແດ່.

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ປະຕິບັຕເພື່ອສິ່ງບໍ່ເປັນປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມບໍ່ຜາສຸກແກ່ພະຫຸຊົນ ເພື່ອຄວາມຈິບຫາຍແກ່ພະຫຸຊົນ ເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ແກ່ເທວະດາແລະມະນຸສທັງຫລາຍ.

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ປະຕິບັຕເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອຄວາມຈະເຣີນແກ່ພະຫຸຊົນ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ. ທັມ ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະເປັນຣັຕຕັນຍູ ບວຊນານ,

ເປັນຜູ້ມີຊື່ສຽງ ມີຍົສ ມີພະຫຸຊົນເປັນບໍຣິວາຣ ປາກົຕແກ່ຄະຣືຫັສຖ໌ແລະບັນພະຊິຕ,

ເປັນຜູ້ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ,

ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຟັງຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ,

ເປັນຜູ້ມີຄວາມເຫັນຊອບ ມີຄວາມເຫັນບໍ່ວິປະຣິຕ (ສັມມາທິຕຖິໂກ ໂຫຕິ ອະວິປະຣີຕະທັສສະໂນ).

ເຂົາຍ່ອມຍັງພະຫຸຊົນໃຫ້ຫ່າງເຫີນຈາກອະສັທທັມ ໃຫ້ຕັ້ງຢູ່ໃນສັທທັມ ພະຫຸຊົນຍ່ອມຢຶດຖືທິຕຖານຸຄະຕິຂອງເຂົາວ່າ ເຂົາເປັນພິກຂຸຜູ້ເຖຣະເປັນຣັຕຕັນຍູ ບວຊນານ ດັ່ງນີ້ແດ່,

ເຂົາເປັນພິກຂຸຜູ້ເຖຣະມີຊື່ສຽງ ມີຍົສ ມີພະຫຸຊົນເປັນບໍຣິວາຣ ປາກົຕແກ່ຄະຣືຫັສຖ໌ແລະບັນພະຊິຕ ດັ່ງນີ້ແດ່,

ເຂົາເປັນພິກຂຸຜູ້ເຖຣະໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ດັ່ງນີ້ແດ່,

ເຂົາເປັນພິກຂຸຜູ້ເຖຣະທີ່ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຟັງຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ດັ່ງນີ້ແດ່.

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ປະຕິບັຕເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອຄວາມຈະເຣີນແກ່ພະຫຸຊົນ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໙໙/໘໘

ເຣື່ອງພິກຂຸຊາວຣັຖອາລະວີ

ໂດຍສມັຍນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ອັນເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌ ຄັ້ງນັ້ນ ພິກຂຸທັງຫລາຍຊາວຣັຖອາລະວີສ້າງກຸຕິເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຂົາຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ. ປະຊາຊົນທີ່ຖືກບຽດບຽນດ້ວຍກາຣວິງວອນ ດ້ວຍກາຣຂໍ ພໍເຫັນພິກຂຸທັງຫລາຍແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ແມ່ນແຕ່ພົບແມ່ງົວກໍຍັງຫລົບໜີ ສຳຄັນວ່າພວກພິກຂຸ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ