ເຫດເກີດຂອງທຸກ

ອະຣິຍະສັດ 4

0:00/0:00
ຖືກແລ້ວ ຖືກແລ້ວ ອານົນທ໌ ! ຕາມທີ່ສາຣີບຸຕເມື່ອຕອບບັນຫາໃນລັກສະນະນັ້ນເຊັ່ນນັ້ນ, ຊື່ວ່າໄດ້ຕອບໂດຍຖືກຕ້ອງ :

ອານົນທ໌ ! ຄວາມທຸກຂ໌ນັ້ນ ເປັນສິ່ງທີ່ອາໄສປັຈຈັຍຢ່າງ ໃດຢ່າງໜຶ່ງແລ້ວເກີດຂຶ້ນ (ເອີ້ນວ່າປະຕິຈຈະສະມຸປປັນນະທັມ).

ຄວາມທຸກຂ໌ນັ້ນ ອາໄສປັຈຈັຍ ອັນໃດໜໍ ?
ຄວາມທຸກຂ໌ນັ້ນ ອາໄສປັຈຈັຍ ຄື ຜັສສະ, ຜູ້ກ່າວເຊັ່ນນີ້ແລ ຊື່ວ່າ ກ່າວຕົງຕາມທີ່ເຮົາກ່າວ ບໍ່ເປັນການ ກ່າວຕູ່ເຮົາດ້ວຍຄໍາບໍ່ຈິງ; ແຕ່ເປັນການກ່າວໂດຍຖືກຕ້ອງ ແລະສະຫະທັມມິກບາງຄົົນທີ່ກ່າວຕາມ ກໍຈະບໍ່ໄດ້ກາຍເປັນຜູ້ຄວນຖືກຕິໄປດ້ວຍ.

ອານົນທ໌ !
ໃນບັນດາ ສະມະນະພຣາມ ທີ່ກ່າວສອນເລື່ອງກັມທັງສີ່ພວກນັ້ນ :

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສ
ຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອົາເອງແດ່ ຜູ້ອື່ນເຮັດໃຫ້ແດ່, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ເຖິງແມ່ນສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ບໍ່ແມ່ນເຮັດເອງ ຫຼືໃຜເຮັດໃຫ້ ກໍເກີດຂຶ້ນໄດ້ ກໍຕາມ, ແມ່ນວ່າຄວາມທຸກຂ໌ທີ່ ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ຢູ່ນັ້ນເອງ.

ນິທານ. ສັງ. ໑໖/໔໐/໗໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ