ທາງທີ່ນຳໄປສູ່ຄວາມເປັນສະຫາຍຂອງພຣົມ

ພຣົມວິຫານ 4

0:00/0:00
ມານົບ! ກໍທາງເພື່ອຄວາມເປັນສະຫາຍຂອງພຣົມເປັນຢ່າງໃດ?

ມານົບ! ພິກຂຸໃນທັມວິນັຍນີ້ ມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ເມື່ອເມຕຕາເຈໂຕວິມຸຕ ອັນພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມທີ່ກະທຳພໍປະມານອັນໃດ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ.

ມານົບ! ປຽບເໝືອນບຸຣຸສເປົ່າສັງຜູ້ມີກຳລັງທີ່ໃຫ້ຄົນຮູ້ໄດ້ຕະຫລອດທິສທັງສີ່ໂດຍບໍ່ຍາກ ສັນໃດ; ເມື່ອເມຕຕາເຈໂຕວິມຸຕທີ່ພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມໃດທີ່ກະທຳແລ້ວພໍປະມານ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ ຂໍ້ນີ້ກໍເປັນທາງເພື່ອຄວາມເປັນສະຫາຍຂອງພຣົມ.

ມານົບ! ອີກປະກາຣໜຶ່ງ ພິກຂຸມີໃຈປະກອບດ້ວຍກະຣຸນາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ເມື່ອກະຣຸນາເຈໂຕວິມຸຕ ອັນພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມທີ່ກະທຳພໍປະມານອັນໃດ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ.

ມານົບ! ປຽບເໝືອນບຸຣຸສເປົ່າສັງຜູ້ມີກຳລັງທີ່ໃຫ້ຄົນຮູ້ໄດ້ຕະຫລອດທິສທັງສີ່ໂດຍບໍ່ຍາກ ສັນໃດ; ເມື່ອກະຣຸນາເຈໂຕວິມຸຕທີ່ພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມໃດທີ່ກະທຳແລ້ວພໍປະມານ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ ຂໍ້ນີ້ກໍເປັນທາງເພື່ອຄວາມເປັນສະຫາຍຂອງພຣົມ.

ມານົບ! ອີກປະກາຣໜຶ່ງ ພິກຂຸມີໃຈປະກອບດ້ວຍມຸທິຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ເມື່ອມຸທິຕາເຈໂຕວິມຸຕ ອັນພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມທີ່ກະທຳພໍປະມານອັນໃດ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນ ເໝືອນກັນ.

ມານົບ! ປຽບເໝືອນບຸຣຸສເປົ່າສັງຜູ້ມີກຳລັງທີ່ໃຫ້ຄົນຮູ້ໄດ້ຕະຫລອດທິສທັງສີ່ໂດຍບໍ່ຍາກ ສັນໃດ; ເມື່ອມຸທິຕາເຈໂຕວິມຸຕທີ່ພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມໃດທີ່ກະທຳແລ້ວພໍປະມານ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ ຂໍ້ນີ້ກໍເປັນທາງເພື່ອຄວາມເປັນສະຫາຍຂອງພຣົມ.

ມານົບ! ອີກປະກາຣໜຶ່ງ ພິກຂຸມີໃຈປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ເມື່ອ ອຸເປກຂາເຈໂຕວິມຸຕ ອັນພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມໃດທີ່ກະທຳແລ້ວພໍປະມານ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ.

ມານົບ! ປຽບເໝືອນບຸຣຸສເປົ່າສັງຜູ້ມີກຳລັງທີ່ໃຫ້ຄົນຮູ້ໄດ້ຕະຫລອດທິສທັງສີ່ໂດຍບໍ່ຍາກ ສັນໃດ; ເມື່ອອຸເປກຂາເຈໂຕວິມຸຕທີ່ພິກຂຸນັ້ນຈະເຣີນແລ້ວຢ່າງນີ້ ກັມທີ່ກະທຳພໍປະມານ ກັມນັ້ນກໍຈະບໍ່ເຫລືອຢູ່ ສັນນັ້ນເໝືອນກັນ ຂໍ້ນີ້ກໍເປັນທາງເພື່ອຄວາມເປັນສະຫາຍຂອງພຣົມ.

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ສຸພະມານົບໂຕເທີຍຍະບຸຕໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງ ພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ສັນນັ້ນ ຂ້ານ້ອຍຂໍເຖິງທ່ານພຣະໂຄດົມກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍຂໍທູລລາໄປໃນບັດນີ້ ຂ້ານ້ອຍມີກິຈຫລາຍ ມີກະຣະນີຍະຫລາຍ.

ມານົບ! ທ່ານຈົ່ງສຳຄັນເວລາອັນຄວນໃນບັດນີ້ເຖີດ (ຍັສສະທານິ ຕະວັງ ມານະວະ ກາລັງ ມັນຍະສີຕິ).

ຄັ້ງນັ້ນແລ ສຸພະມານົບໂຕເທີຍຍະບຸຕເພີດເພີນພຣະພາສິຕຂອງພຣະຜູ້ມີພຣະພາຄ ແລ້ວລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວກັບໄປ.


ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໕໐໑-໕໐໒/໗໓໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ