ຂະຫຍາຍຄວາມຂອງຈະຕຸຣາຣິຢະສັດຈະ (ອີກໄນຍະໜຶ່ງ) (ຊົງສະແດງດ້ວຍຄວາມວ່າສັກກາຍະ)

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງສັກກາຢະ ສັກກາຢະສະມຸທັຍ ສັກກາຢະນິໂຣດ ແລະສັກກາຢະນິໂຣທະຄາມິນີປະຕິປະທາ ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ.

ພິກຂຸ ທ. ! ສັກກາຢະ ເປັນແນວໃດໜໍ ? ຄວນຈະກ່າວວ່າ ໄດ້ແກ່ອຸປາທານຂັນທ໌ຫ້າ. ອຸປາທານຂັນທ໌ຫ້າເຫຼົ່າໃດໜໍ ? ອຸປາທານຂັນທ໌ຫ້າຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະ.

ພິກຂຸ ທ. ! ສັກກາຢະສະມຸທັຍ ເປັນແນວໃດໜໍ ? ຄື ຕັນຫາອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ມີປົກກະຕິເຮັດໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ຕັນຫາເຫຼົ່ານີ້ ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະສະມຸທັຍ.

ພິກຂຸ ທ. ! ສັກກາຢະນິໂຣດ ເປັນແນວໃດໜໍ ? ຄື ຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ຄວາມສະລະຖິ້ມ ຄວາມໂຍນຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສ ຊຶ່ງຕັນຫານັ້ນ ນັ້ນແຫຼະ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະນິໂຣດ.

ພິກຂຸ ທ. ! ສັກກາຢະນິໂຣທະຄາມິນີປະຕິປະທາ ເປັນແນວໃດໜໍ ? ຄື ຫົນທາງອັນປະເສີດ ຊຶ່ງປະກອບດ້ວຍອົງຄ໌ແປດປະການກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະນິໂຣທະຄາມິນີປະຕິປະທາ, ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໙໓/໒໘໔-໒໘໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ