ນິບພານະອະທິວະຈະນະ
ທໍາໃນທີສຸດ
ຄໍາວ່າ “ນິພພານ” ໃນຂໍ້ຄວາມໃນສູຕອື່ນໆ ມີເປັນສ່ວນຫຼາຍ ໄດ້ຊົງສະແດງໄວ້ດ້ວຍອະທິວະຈະນະ ຄືຄໍາແທນຊື່ຕ່າງໆກັນ ແລະມີເລື່ອງທີ່ຈະຕ້ອງສຶກສາ ແລະ ປະຕິບັຕຢ່າງດຽວກັນ ຄື ຊົງສະແດງໄວ້ດ້ວຍຄໍາວ່າ :-
ອະສັງຂະຕະ (ທັມທີ່ບໍ່ມີປັຈຈັຍປຸງແຕ່ງຫຼືປັຈຈັຍປຸງແຕ່ງບໍ່ໄດ້)
ອະນະຕະ (ທັມທີ່ບໍ່ນ້ອມໄປໃນສິ່ງໃດຫຼືສິ່ງໃດນ້ອມໄປບໍ່ໄດ້)
ອະນາສະວະ (ບໍ່ມີອາສະວະອັນເປັນສິ່ງເສົ້າໝອງໂດຍປະການທັງປວງ)
ສັຈຈະ (ຂອງຈິງພຽງສິ່ງດຽວບໍ່ມີສິ່ງທີສອງທຽບຄຽງ)
ປາຣະ (ຝັ່ງໃນ ຝັ່ງນອກທີ່ກິເລສແລະທຸກຂ໌ຕາມໄປບໍ່ເຖິງ)
ນິປຸນະ (ສິ່ງລະອຽດອ່ອນສໍາລັບການສຶກສາ ແລະປະຕິບັຕບໍ່ມີສິ່ງໃດຍິ່ງກວ່າ)
ສຸທຸດທະສະ (ອັນຜູ້ບໍ່ສິ້ນອາສະວະເຫັນໄດ້ຍາກທີ່ສຸດ)
ອະຊັຊຊະຣະ (ບໍ່ມີຄວາມຜຸຜຸ່ຍລົງໂດຍປະການທັງປວງ)
ທຸຣະ (ຢັ້ງຢືນໝັ້ນຄົງບໍ່ຜັນແປ)
ອະປະໂລກິນະ (ເປັນທີ່ຈ້ອງມອງແຫ່ງສັຕເພື່ອການບັນລຸເຖິງ)
ອະນິທັສສະນະ (ບໍ່ມີການສະແດງອອກທາງວັຕຖຸຫຼືທາງຕາ; ຜູ້ອື່ນຍ່ອມເຫັນດ້ວຍບໍ່ໄດ້)
ນິບປະປັນຈະ (ບໍ່ມີເຄື່ອງກີດກັ້ນໃຫ້ເນີນຊ້າເພາະວ່າງຈາກກິເລສ)
ສັນຕະ (ສະຫງົບລະງັບຈາກການປຸງແຕ່ງສຽບແທງເຜົາລົນ)
ອະມະຕະ (ບໍ່ຕາຍເພາະບໍ່ມີການເກີດ ເພາະບໍ່ຢູ່ໃນອໍານາດເຫຕປັຈຈັຍ)
ປະນີຕະ (ປານີດລະອຽດ ເພາະພົ້ນໄປຈາກຄວາມເປັນຮູບທັມແລະນາມທັມ)
ສິວະ (ສະຫງົບເຢັນ ເພາະບໍ່ມີໄຟກິເລສແລະໄຟທຸກຂ໌)
ເຂມະ (ກະເສມຈາກສິ່ງລົບກວນທຸກຊະນີດ)
ຕັນຫັກຂະຢະ (ເປັນທີ່ດັບສິ້ນໄປແຫ່ງຕັນຫາ ຫຼືພາວະສິ້ນສຸດແຫ່ງຕັນຫາ)
ອັສສະຣິຢະ (ໜ້າອັສສະຈັນ ບໍ່ມີສິ່ງໃດໜ້າອັສສະຈັນເທົ່າ)
ອັບພູຕະ (ສິ່ງທີ່ບໍ່ມີບໍ່ເປັນ ຄວນນໍາມາບອກກ່າວໃນຖານະສິ່ງທີ່ບໍ່ເຄີຍບອກກ່າວ)
ອະນີຕິກະ (ບໍ່ມີສະໜຽດຈັງໄຮ ເພາະພົ້ນດີພົ້ນຊົ່ວ)
ອະນີຕິກະທັມມະ (ມີປົກກະຕິພາວະບໍ່ມີສະໜຽດຈັງໄຮເປັນທັມມະດາ)
ອັບພະຍາປັຊຊະ (ບໍ່ມີຄວາມບຽດບຽນເປັນສະພາວະ)
ວິຣາຄະ (ບໍ່ມີຄວາມຍ້ອມຕິດໃນສິ່ງໃດ ມີແຕ່ຈະເຮັດໃຫ້ຄາຍອອກ)
ສຸດທິ (ບໍຣິສຸດໝົດຈົດເພາະບໍ່ມີທີ່ຕັ້ງແຫ່ງຄວາມເສົ້າໝອງ)
ມຸດຕິ (ເປັນຄວາມປ່ອຍ ຄວາມຫຼຸດຈາກຄວາມຢຶດໝັ້ນຖືໝັ້ນດ້ວຍອຸປາທານ)
ອະນາລະຢະ (ບໍ່ເປັນທີ່ຕັ້ງທີ່ອາໄສແຫ່ງກິເລສແລະຄວາມທຸກຂ໌)
ທີປະ (ເປັນດວງປະທີບແສງໄຟທີ່ເພິ່ງຂອງສັຕຜູ້ຕົກຈົມຢູ່ໃນຄວາມມືດ ຄືອະວິຊຊາ)
ເລນະ (ເປັນເໝືອນທີ່ລົບລີ້ຈາກພັຍຂອງສັຕຜູ້ໜີພັຍ)
ຕານະ (ເປັນເໝືອນທີ່ຕ້ານທານຂອງສັຕສະແຫວງຫາທີ່ຕ້ານທານຂ້າເສິກສັຕຕູ)
ສະຣະນະ (ເປັນທີ່ແລ່ນໄປສູ່ແຫ່ງຈິຕທີ່ຮູ້ສຶກວ່າມີພັຍຕ້ອງການທີ່ເພິ່ງ)
ປະຣາຢະນະ (ເປັນເປົ້າໝາຍໃນເບື້ອງໜ້າແຫ່ງສັຕຜູ້ວຽນວ່າຍຢູ່ໃນວັຕຕະ).
ຄໍາແທນຊື່ກັນແລະກັນຊະນິດນີ້ ໃນບາລີທ່ານເອີ້ນວ່າອະທິວະຈະນະ ໃນບ່ອນນີ້ເປັນອະທິວະຈະ ຂອງຄໍາວ່ານິພພານ.
- ສລາ. ສັງ. ໑໘/໔໔໑-໔໔໒,໔໕໐-໔໕໓/໖໗໔-໖໘໔,໗໒໐-໗໕໑.