ຢ່າຄິດເລື່ອງໂລກ ແຕ່ຈົ່ງຄິດເລື່ອງອະຣິຍະສັດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ມີເລື່ອງລາວໃນກາລກ່ອນ : ບຸຣຸສຜູ້ໜຶ່ງ ຕັ້ງໃຈວ່າຈະຄິດຊຶ່ງ ຄວາມຄິດເລື່ອງໂລກ, ຈຶ່ງອອກຈາກນະຄອນຣາຊະຄຶ ໄປສູ່ສະບົວ ຊື່ ສຸມາຄະທາແລ້ວນັ່ງຄິດຢູ່ທີ່ຮີມຝັ່ງສະ. ບຸຣຸສນັ້ນ ໄດ້ເຫັນແລ້ວ ຊຶ່ງໝູ່ເສນາ ປະກອບດ້ວຍອົງຄ໌ສີ່ (ຄື ຊ້າງ ມ້າ ລົດ ພົນຍ່າງຕີນ) ທີ່ຝັ່ງສະສຸມາຄະທານັ້ນ ເຂົ້າໄປຢູ່ໆ ສູ່ເຫງົ້າຮາກບົວ. ຄັນເຂົາເຫັນແລ້ວ ເກີດຄວາມບໍ່ເຊື່ອຕົນເອງວ່າ “ເຮົານີ້ບ້າແລ້ວ ເຮົານີ້ວິກົນຈະຣິຕແລ້ວ, ສິ່ງໃດບໍ່ມີໃນໂລກ ເຮົາໄດ້ເຫັນສິ່ງນັ້ນແລ້ວ” ດັ່ງນີ້. ພິກຂຸ ທ. ! ບຸຣຸສນັ້ນ ກັບເຂົ້າໄປສູ່ນະຄອນ ແລ້ວປ່າວຮ້ອງແກ່ມະຫາຊົນວ່າ “ທ່ານຜູ້ຈະເຣີນ ! ຂ້າພະເຈົ້າເປັນບ້າແລ້ວ ຂ້າພະເຈົ້າວິກົນຈະຣິຕແລ້ວ, ເພາະວ່າສິ່ງໃດບໍ່ມີຢູ່ໃນໂລກ ຂ້າພະເຈົ້າມາເຫັນແລ້ວຊຶ່ງສິ່ງນັ້ນ” ດັ່ງນີ້. ມີສຽງຖາມວ່າ ເຫັນອັນໃດມາ ? ເຂົາບອກແລ້ວຕາມທີ່ເຫັນທຸກປະການ. ມີສຽງຮັບຮອງວ່າ “ຖືກແລ້ວ ທ່ານຜູ້ຈະເຣີນເອີຍ ! ທ່ານເປັນບ້າແລ້ວ ທ່ານວິກົນຈະຣິຕແລ້ວ”.

ພິກຂຸ ທ. ! ແຕ່ວ່າບຸຣຸສນັ້ນ ໄດ້ເຫັນສິ່ງທີ່ມີຈິງເປັນຈິງ ຫາກແມ່ນເຫັນສິ່ງບໍ່ມີຈິງບໍ່ເປັນຈິງກໍບໍ່. ພິກຂຸ ທ. ! ໃນກາລກ່ອນແຕ່ເດິກດໍາບັນ : ສົງຄາມລະຫວ່າງພວກເທບກັບອະສູຣະ ໄດ້ຕັ້ງປະຈັນບານກັນແລ້ວ. ໃນສົງຄາມຄັ້ງນັ້ນ ພວກເທບເປັນຝ່າຍແພ້ ອະສູຣະເປັນຝ່າຍເສຍໄຊ. ພວກອະສູຣະຢ້ານແລ້ວ ແອບໜີໄປສູ່ພົບແຫ່ງອະສູຣະ ໂດຍຜ່ານທາງເຫງົ້າຮາກບົວ ຫຼອກພວກເທບໃຫ້ຫຼົງຄົ້ນ(ຫາ)ຢູ່.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ