ບຸກຄົກຜູ້ເຖິງຊຶ່ງວິຊາ

ທໍາໃນທີສຸດ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນກັນວ່າ ‘ວິຊຊາ-ວິຊຊາ’ ດັ່ງນີ້ນັ້ນ ເປັນແນວໃດ ? ແລະ ດ້ວຍເຫຕພຽງເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງຊຶ່ງ ວິຊຊາ ? ຂ້ານ້ອຍ !”

ພິກຂຸ ! ອະຣິຍະສາວົກ ຜູ້ໄດ້ສະດັບແລ້ວ ໃນທັມວິນັຍນີ້ ມາຮູ້ແຈ່ມແຈ້ງເຖິງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງເຫຕໃຫ້ເກີດ ຮູບເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງຄວາມດັບບໍ່ເຫຼືອຂອງ ຮູບເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ;

ພິກຂຸ ! ເຊັ່ນນີ້ແລເຮົາເອີ້ນວ່າ ວິຊຊາ ແລະບຸຄຄົລຊື່ວ່າ ເຖິງວິຊຊາ ຍ່ອມມີໄດ້ ດ້ວຍເຫຕມີປະມານເທົ່ານີ້ ແລ.
- ຂັນທະ. ສັງ. ໑໗/໑໙໘/໓໐໑.

ວິຊຊາຂອງຜູ້ເຖິງຊຶ່ງວິຊຊາ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນກັນວ່າ ‘ວິຊຊາ-ວິຊຊາ’ ດັ່ງນີ້ນັ້ນ ເປັນແນວໃດ, ແລະດ້ວຍເຫຕພຽງເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງຊຶ່ງ ວິຊຊາ ? ຂ້ານ້ອຍ !”
ພິກຂຸ ! ອະຣິຍະສາວົກ ຜູ້ໄດ້ສະດັບແລ້ວ ໃນທັມວິນັຍນີ້ ມາຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມກໍ່ຂຶ້ນ ເປັນທັມມະດາວ່າ ‘ເປັນສິ່ງທີ່ມີຄວາມກໍ່ຂຶ້ນເປັນທຳມະດາ’ ດັ່ງນີ້ ; ຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມເສື່ອມໄປ ເປັນທຳມະດາວ່າ ‘ເປັນສິ່ງທີ່ມີຄວາມເສື່ອມໄປ ເປັນທັມມະດາ’ ດັ່ງນີ້ ; ຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີທັງຄວາມກໍ່ຂຶ້ນແລະເສື່ອມໄປ ເປັນທັມມະດາວ່າ ‘ເປັນສິ່ງທີ່ມີຄວາມກໍ່ຂຶ້ນ ແລະເສື່ອມໄປເປັນທຳມະດາ’ ດັ່ງນີ້ ;
ພິກຂຸ ! ເຊັ່ນນີ້ແລເຮົາເອີ້ນວ່າ ວິຊຊາ ແລະບຸຄຄົລຊື່ວ່າເປັນ ຜູ້ເຖິງວິຊຊາ ຍ່ອມມີໄດ້ ດ້ວຍເຫຕມີປະມານ ເທົ່ານີ້ແລ.

- ຂັນທະ. ສັງ. ໑໗/໒໑໐/໓໒໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ