ຜູ້ແບກຂອງໜັກ
ສັງໂຍດ
ພິກຂຸ ທ. ! ເຮົາຈະສະແດງ ຂອງໜັກ ຜູ້ແບກຂອງໜັກ ແລະ ການແບກຂອງໜັກ....ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຂໍ້ຄວາມນັ້ນ.
ພິກຂຸ ທ. ! ອັນໃດໜໍຊື່ວ່າຂອງໜັກ ? ພິກຂຸ ທ. ! ອຸປະທານຂັນທ໌ທັງຫ້ານັ້ນແຫຼະ ເຮົາກ່າວວ່າ ເປັນຂອງໜັກ. ອຸປາທານຂັນທ໌ ທັງຫ້າເຫຼົ່າໃດໜໍ ? ຫ້າຄື :- ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຂອງໜັກ.
ພິກຂຸ ທ. ! ອັນໃດໜໍຊື່ວ່າ ຜູ້ແບກຂອງໜັກ ? ພິກຂຸ ທ. ! ບຸຄຄົລ (ຕາມສົມມຸດ) ນັ້ນແຫຼະເຮົາເອີ້ນວ່າ ຜູ້ແບກຂອງໜັກ. ເຂົາມີຊື່ແນວນີ້ ມີໂຄດແນວນັ້ນຕາມທີ່ຮູ້ກັນຢູ່. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຜູ້ແບກຂອງໜັກ.
ພິກຂຸ ທ. ! ອັນໃດໜໍຊື່ວ່າ ການແບກຂອງໜັກ ? ພິກຂຸ ທ. ! ຕັນຫານີ້ໃດທີ່ເຮັດໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດແຫ່ງຄວາມເພີນ ຊຶ່ງມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນັ້ນໆ, ໄດ້ແກ່ ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ການແບກຂອງໜັກ.
- ຂັນທະ. ສັງ. ໑໗/໓໒/໔໙-໕໑.